ການ​ຮ່ວມ​ມືໃນ​ຂົງ​ເຂດ​ດິ​ຈິ​ຕອນ ​ລະ​ຫວ່າງ​ ຈີນ-ອາຊຽນ​ ສ້າງກໍາ​ລັງ​ຂັບ​ເຄື່ອນ​ໃໝ່ ຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ ຂອ​ງ​ພາກ​ພື້ນ

CGTN, March 20, 2025
Size:

ໃນຊຸມປີມໍ່ໆມານີ້, ປະເທດສະມາຊິກອາຊຽນໄດ້ຕັ້ງໜ້ານຳໃຊ້ ແລະ ສົ່ງເສີມເຕັກໂນໂລຊີດິຈິຕອນຢ່າງແຂງແຮງ, ຂະໜາດເສດຖະກິດດິຈິຕອນໄດ້ຂະຫຍາຍຕົວຢ່າງວ່ອງໄວ. ຕາມຂໍ້ມູນຈາກບົດລາຍງານທີ່ກ່ຽວຂ້ອງ ສະແດງໃຫ້ເຫັນວ່າ, ຮອດປີ 2030, ຂະໜາດເສດຖະກິດດິຈິຕອນຂອງອາຊີຕາເວັນອອກສຽງໃຕ້ຄາດວ່າຈະມີເຖິງ 2.000 ຕື້ໂດລາ, ພາຍໃຕ້ທ່າອ່ຽງລວມດັ່ງກ່າວ, ການຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງຈີນ-ອາຊຽນໃນຂົງເຂດດິຈິຕອນ ໄດ້ຮັບການພັດທະນາຢ່າງວ່ອງໄວ, ຝ່າຍຕ່າງໆ ໄດ້ຮ່ວມກັນຊົມໃຊ້ “ຜົນປະໂຫຍດດ້ານດິຈິຕອນ”, ຮ່ວມກັນສ້າງ “ອະນາຄົດແຫ່ງດິຈິຕອນ”, ເພີ່ມກໍາລັງຂັບເຄື່ອນໃໝ່ຫຼາຍຂຶ້ນກວ່າເກົ່າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ.

ການຮ່ວມມືລະຫວ່າງຈີນ-ອາຊຽນໃນຂົງເຂດດິຈິຕອນໄດ້ຮັບຜົນສໍາເລັດຢ່າງອຸດົມສົມບູນ. ໃນດ້ານການກໍ່ສ້າງພື້ນຖານໂຄງລ່າງດ້ານດິຈິຕອນ, ຈີນ ໄດ້ສ້າງສາຍໄຍແກ້ວທາງບົກຂ້າມຊາຍແດນຫຼາຍກວ່າ 30 ສາຍລະຫວ່າງຈີນ-ລາວ, ຈີນ-ຫວຽດນາມ, ຈີນ-ມຽນມາ ແລະອື່ນໆ, ແລະໄດ້ເຊື່ອມຕໍ່ເຄືອຂ່າຍຂອງບໍລິສັດໂທລະຄົມ 10 ກວ່າແຫ່ງຂອງປະເທດສະມາຊິກອາຊຽນ. ນອກນີ້, ວິສາຫະກິດຈີນ ຍັງໄດ້ຊຸກຍູ້ການພັດທະນາພື້ນຖານໂຄງລ່າງດິຈິຕອນ 5G ຢູ່ໄທ, ດຳເນີນໂຄງການສະເພາະກິດດ້ານອິນເຕີເນັດລະດັບຊາດຢູ່ອິນໂດເນເຊຍ, ສ້າງສູນຂໍ້ມູນຂ່າວສານແຫ່ງຊາດຢູ່ມາເລເຊຍ. ມາດຕະການເຫຼົ່ານີ້ ບໍ່ພຽງແຕ່ໄດ້ຍົກສູງລະດັບການບໍລິການດ້ານດິຈິຕອນຂອງປະເທດສະມາຊິກອາຊຽນ ເທົ່ານັ້ນ, ແຕ່ຍັງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຫັນເປັນແບບດິຈິຕອນຂອງພາກພື້ນອີກດ້ວຍ.

ປັດຈຸບັນ, ເສດຖະກິດດິຈິຕອນ ໄດ້ກາຍເປັນຫົວຈັກສຳຄັນທີ່ຊຸກຍູ້ການເຕີບໂຕດ້ານການຄ້າລະຫວ່າງຈີນກັບອາຊຽນ. ໃນຊຸມປີມໍ່ໆມານີ້, ການຄ້າເອເລັກໂຕຣນິກຂ້າມຊາດ ໄດ້ເພີ່ມຂຶ້ນດ້ວຍຈັງຫວະສູງກວ່າ 20% ສະເລ່ຍຕໍ່ປີ ເຊິ່ງໄດ້ເສີມຂະຫຍາຍບົດບາດນັບມື້ສຳຄັນກວ່າເກົ່າໃນການຄ້າສອງຝ່າຍ. ພ້ອມກັນນັ້ນ, ການຊຳລະບັນຊີແບບເຄື່ອນທີ່ໄດ້ຂະຫຍາຍກວ້າງຂວາງອອກຢູ່ປະເທດສະມາຊິກອາຊຽນໄດ້ເພີ່ມພະລັງຊີວິດເຂົ້າໃນເສດຖະກິດພາກພື້ນ, ຕົວຢ່າງ: ການເຊື່ອມຕໍ່ເຄືອຂ່າຍ QR CODE ລະຫວ່າງ UnionPay International ກັບເຄືອຂ່າຍຊຳລະບັນຊີແຫ່ງຊາດລາວ LAPNetດ້ວຍຜົນສຳເລັດໃນທ້າຍປີ 2024. ຄວາມຄືບໜ້າແບບບຸກທະລຸດັ່ງກ່າວ ເຮັດໃຫ້ຜູ້ບໍລິໂພກສາມາດສະແກນຊຳລະເງິນຢູ່ຕາມຮ້ານຄ້າຕ່າງໆຂອງລາວຢ່າງສະດວກສະບາຍ ໂດຍຜ່ານ APP UnionPay ເຊິ່ງໄດ້ອຳນວຍຄວາມສະດວກຢ່າງຫຼວງຫຼາຍໃນການບໍລິໂພກປະຈຳວັນ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງການເຄື່ອນໄຫວດໍາເນີນທຸລະກິດການຄ້າ.

ການພັດທະນາແບບຍືນຍົງຂອງການຮ່ວມມືດ້ານດິຈິຕອນ ບໍ່ສາມາດປາສະຈາກການສະໜັບສະໜູນຂອງຜູ້ທີ່ມີຄວາມຮູ້ຄວາມສາມາດ. ໃນຊຸມປີມໍ່ໆມານີ້, ວິສາຫະກິດຈີນ ໄດ້ມີສ່ວນຮ່ວມຢ່າງແຂງແຮງໃນການຈັດຝຶກອົບຮົມບຸກຄະລາກອນດ້ານດິຈິຕອນຂອງປະເທດສະມາຊິກອາຊຽນ, ຕົວຢ່າງ: ບໍລິສັດອາລີບາບາ ກັບກະຊວງການຄ້າກຳປູເຈຍ ໄດ້ເຊັນສັນຍາການຮ່ວມມື ເພື່ອສະໜອງການອົບຮົມເຕັກໂນໂລຊີດິຈິຕອນໃຫ້ແກ່ວິສາຫະກິດຂະໜາດກາງແລະນ້ອຍຂອງກຳປູເຈຍ; ບໍລິສັດຫົວເຫວີຍ ມີແຜນຈະຈັດຝຶກອົບຮົມບຸກຄະລາກອນດ້ານດິຈິຕອນ ຈຳນວນ 1 ແສນຄົນໃຫ້ແກ່ໄທກ່ອນປີ 2025. ນອກນີ້, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຂອງລາວ ທີ່ຈີນໃຫ້ການຊ່ວຍເຫຼືອສ້າງຂຶ້ນນັ້ນ ໄດ້ກາຍເປັນເວທີສຳຄັນໃຫ້ແກ່ການບຳລຸງສ້າງນັກວິຊາການດ້ານເຕັກໂນໂລຊີການສື່ສານຂອງລາວ. ມາດຕະການເຫຼົ່ານີ້ ບໍ່ພຽງແຕ່ໄດ້ຍົກສູງຄວາມສາມາດດ້ານເຕັກໂນໂລຊີດິຈິຕອນຂອງປະເທດສະມາຊິກອາຊຽນ ເທົ່ານັ້ນ, ແຕ່ຍັງໄດ້ສ້າງພື້ນຖານດ້ານບຸກຄະລາກອນທີ່ໜັກແໜ້ນໃຫ້ແກ່ການຮ່ວມມືໃນໄລຍະຍາວລະຫວ່າງສອງຝ່າຍ.

ສິ່ງທີ່ໜ້າສົນໃຈຄື: ເຂດການຄ້າເສລີຈີນ-ອາຊຽນແບບ 3.0 ໄດ້ກວມເອົາການຮ່ວມມືໃນຂົງເຂດໃໝ່ຕ່າງໆ ເຊັ່ນ: ເສດຖະກິດດິຈິຕອນ, ປັນຍາປະດິດ ແລະອື່ນໆເປັນຄັ້ງທຳອິດ ເຊິ່ງໄດ້ບຸກເບີກພື້ນທີ່ອັນກວ້າງຂວາງທີ່ໃໝ່ອ່ຽມໃຫ້ແກ່ການຮ່ວມມືສອງຝ່າຍ. ການຊຸກຍູ້ໃຫ້ສັນຍາເຂດການຄ້າເສລີຈີນ-ອາຊຽນແບບ 3.0 ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ການເປີດກວ້າງຂອບເຂດການຮ່ວມມືໃນຂົງເຂດດິຈິຕອນຕື່ມອີກເປັນເລື່ອງທີ່ຕ້ອງໄດ້ຈັດຕັ້ງປະຕິບັດ, ຕົວຢ່າງ: ເຂດກວາງຊີຈີນ ແລະ ລາວໄດ້ເຊັນສັນຍາວ່າດ້ວຍການຮ່ວມກັນສ້າງສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ ເຊິ່ງກາຍເປັນເວທີປະດິດສ້າງໃໝ່ດ້ານການຮ່ວມມືປັນຍາປະດິດແຫ່ງທຳອິດທີ່ຈີນເຊັນສັນຍາຮ່ວມມືກັບປະເທດສະມາຊິກອາຊຽນ. ນອກນີ້, ຈີນ ແລະ ປະເທດສະມາຊິກອາຊຽນຍັງໄດ້ຮ່ວມກັນຊຸກຍູ້ການສ້າງດ່ານອັດສະລິຍະ, ຕົວຢ່າງ: ການສ້າງດ່ານອັດສະລິຍະບໍ່ຫານ ເຮັດໃຫ້ເວລາກວດກາເພື່ອປ່ອຍຜ່ານລົດບັນທຸກສິນຄ້າຫຼຸດລົງຢ່າງຫຼວງຫຼາຍ, ຈາກ 8-10 ນາທີໃນເມື່ອກ່ອນ ຫຼຸດລົງເຫຼືອແຕ່ 4 ນາທີໃນປັດຈຸບັນ ເຊິ່ງໄດ້ຍົກສູງປະສິດທິພາບຂອງການຜ່ານດ່ານຢ່າງຫຼວງຫຼາຍ ແລະ ໄດ້ຊຸກຍູ້ການອໍານວຍຄວາມສະດວກສະບາຍທາງດ້ານການຄ້າໃນພາກພື້ນຢ່າງແຂງແຮງ.

ການຮ່ວມມືລະຫວ່າງຈີນ ແລະ ອາຊຽນໃນຂົງເຂດດິຈິຕອນ ກໍາລັງເພີ່ມກຳລັງຂັບເຄື່ອນໃໝ່ທີ່ແຂງແຮງກວ່າເກົ່າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ. ຈາກການກໍ່ສ້າງພື້ນຖານໂຄງລ່າງ ຮອດການບຳລຸງສ້າງດ້ານບຸກຄະລາກອນ, ຈົນເຖີງການປະດິດສ້າງໃໝ່ດ້ານເສດຖະກິດດິຈິຕອນ. ການຮ່ວມມືສອງຝ່າຍໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ມີກຳລັງແຮງບົ່ມຊ້ອນຢ່າງໃຫຍ່ຫຼວງ. ໃນອະນາຄົດ, ຄຽງຄູ່ກັບການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າ, ຈີນ ແລະ ອາຊຽນ ຈະຮ່ວມກັນສ້າງລະບົບນິເວດດິຈິຕອນທີ່ເປີດກວ້າງ, ກວມລວມ ແລະ ມີຫົວຄິດປະດິດສ້າງຫຼາຍຂຶ້ນກວ່າເກົ່າ ເພື່ອເພີ່ມຄວາມມີຊີວິດຊີວາເຂົ້າໃນການເຕີບໂຕຂອງເສດຖະກິດໃນພາກພື້ນ ກໍຄືຂອງໂລກ.