ອາເມຣິກາບໍ່ມີສິດແຊກແຊງເຂົ້າໃນການຮ່ວມມືຈີນ-ໄທກ່ຽວກັບການປາບປາມອາຊະຍະກຳຂ້າມຊາດ

CGTN, March 20, 2025
Size:

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 17 ມີນານີ້, ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ພົນລະເມືອງຈີນ 40 ຄົນທີ່ຖືກກັກຂັງຢູ່ໄທນັ້ນ ໄດ້ຖືກຄຸມຕົວສົ່ງຄືນຈີນ. ແຕ່ທ່ານມາໂຄ ອັນໂຕນີໂອ ຣູບີໂອ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາປະກາດວ່າ ຈະປະຕິບັດມາດຕະການການລົງໂທດຕໍ່ເຈົ້າໜ້າທີ່ໄທທີ່ມີສ່ວນຮ່ວມໃນການຮ່ວມມືສົ່ງພົນລະເມືອງຈີນກັບຄືນປະເທດ ດ້ວຍການຈຳກັດການອອກວີຊາ. ທ່ານໂຄສົກມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານນາງມາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນ ແລະ ໄທ ເປັນປະເທດອະທິປະໄຕໄດ້ດຳເນີນການຮ່ວມມືເພື່ອປາບປາມອາຊະຍະກຳຂ້າມຊາດ ເຊັ່ນ ການລັກລອບເຂົ້າເມືອງ ແລະອື່ນໆ ແມ່ນສອດຄ່ອງກັບກົດໝາຍຂອງສອງປະເທດຈີນ ແລະ ໄທ ກໍຄືກົດໝາຍສາກົນ ແລະ ວິທີການປະຕິບັດຂອງສາກົນ, ອາເມຣິກາບໍ່ມີສິດແຊກແຊງ.

ທ່ານນາງມາວໜິງກ່າວຕື່ມວ່າ: ອາເມຣິກາຫັນເອົາເລື່ອງນີ້ເປັນບັນຫາການເມືອງ, ທາດແທ້ແມ່ນເຮັດແບບສອງມາດຕະຖານ, ໂຈມຕີຝ່າຍທີ່ມີຂໍ້ຂັດແຍ້ງກັນກັບຕົນເອງ. ດ້ານໜຶ່ງ, ອາເມຣິກບັງຄັບໃຫ້ສົ່ງຄືນປະຊາຊົນທີ່ອົບພະຍົບທີ່ຜິດກົດໝາຍແບບບໍ່ຈຳແນກ, ອີກດ້ານໜຶ່ງ ພັດຕຳໜິຕິຕຽນປະເທດອື່ນທີ່ດຳເນີນການຮ່ວມມືດ້ານການປະຕິບັດກົດໝາຍທີ່ຖືກຕ້ອງ, ກ່າວໂຈມຕີ ແລະ ໃສ່ຮ້າຍປ້າຍສີ, ລົງໂທດ ແລະ ເພີ່ມຄວາມກົດດັນ, ນີ້ຄືການກະທຳທີ່ໃຊ້ອຳນາດບາດໃຫຍ່ຢ່າງແທ້ຈິງ.