ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນພົບ​ປະ​ກັ​ບ​ທ່ານ​ທອງ​ສະ​ຫວັນ ພົມ​ວິ​ຫານ

CGTN, March 18, 2025
Size:

ອີງຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ: ວັນທີ 14 ມີນານີ້, ທ່ານ ຕິ່ງເຊສຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ ໄດ້ພົບປະກັບ ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ປະຊາຊົນ ປະຕິວັດລາວ, ລັດຖະມົນຕີກະຊວງການຕ່າງປະເທດລາວ ຢູ່ນະຄອນຫຼວງປັກກິ່ງ ຂອງຈີນ.

ໂອກາດດັ່ງກ່າວ, ທ່ານ ຕິ່ງເຊສຽງ ກ່າວວ່າ: ຈີນ ແລະ ລາວ, ໃນຖານະເປັນສະຫາຍອ້າຍນ້ອງສັງຄົມນິຍົມ, ຄວນຈັດຕັ້ງປະຕິບັດຄວາມເຫັນສໍາຄັນທີ່ເປັນເອກະພາບກັນລະຫວ່າງຜູ້ນຳສູງສຸດຂອງສອງພັກ-ສອງລັດຂອງສອງປະເທດ, ຮັດແໜ້ນການໄປ-ມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ລົງເລິກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດການພັດທະນາ, ຊຸກຍູ້ການສ້າງແລວເສດຖະກິດຈີນ-ລາວ, ຊຸກຍູ້ໃຫ້ທາງລົດໄຟລາວ-ຈີນຍົກສູງຄຸນນະພາບ ແລະ ເພີ່ມປະສິດທິຜົນ, ເປີດກວ້າງການຮ່ວມມືດ້ານປັນຍາປະດິດ ຫຼື AI, ເສດຖະກິດດີຈີຕອນ ແລະອື່ນໆ, ສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ສອງປະເທດກໍຄືປະຊາຊົນສອງຊາດ.

 ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດກອງປະຊຸມສອງສະພາຂອງຈີນ ແລະກ່າວຢືນຢັນວ່າ ປະເທດລາວເດັດດ່ຽວສະໜັບສະໜູນຈີນ ປົກປັກຮັກສາຜົນປະໂຫຍດແກນກາງສຳຄັນຂອງຕົນ, ຍິນດີລົງເລິກການຮ່ວມມືທີ່ຕິດແທດຕົວຈິງຢ່າງຮອບດ້ານລະຫວ່າງສອງປະເທດ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.