ວັນທີ 13 ມີນານີ້ ທີ່ນະຄອນກວາງໂຈ່ວຂອງຈີນ ໄດ້ຈັດພິທີເຊັນສັນຍາການຮ່ວມມືຍຸດທະສາດດ້ານການແພດສາກົນ ລະຫວ່າງໂຮງໝໍທີ 1 ຂອງມະຫາວິທະຍາໄລຈົ່ງຊ່ານຂອງຈີນ ກັບ ກະຊວງສາທາລະນະສຸກຂອງລາວ.
ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບການຊຸກຍູ້ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນເຂົ້າສູ່ລວງເລິກ, ສອງປະເທດຈີນ-ລາວ ໄດ້ຮັບຜົນສຳເລັດທີ່ອຸດົມສົມບູນໃນການຮ່ວມມືໃນຂົງເຂດສາທາລະນະສຸກ ແລະ ສຸຂະພາບ. ການທີ່ກະຊວງສາທາລະນະສຸກລາວເຊັນບົດບັນທຶກຄວາມເຂົ້າໃຈກັບໂຮງໝໍທີ 1 ຂອງມະຫາວິທະຍາໄລຈົ່ງຊ່ານຄັ້ງນີ້, ເນື້ອໃນການຮ່ວມມືໄດ້ກວມເອົາຫຼາຍດ້ານ ເປັນຕົ້ນ: ການສ້າງເວທີຂໍ້ມູນຂ່າວສານ, ການປິ່ນປົວພະຍາດທາງໄກ, ການແພດສາກົນ ແລະ ການສຶກສາແພດສາດ. ໂຄງການຮ່ວມມືເຫຼົ່ານີ້ ບໍ່ພຽງແຕ່ຈະຍົກສູງລະດັບການບໍລິການດ້ານການແພດຂອງລາວເທົ່ານັ້ນ, ແຕ່ຍັງຈະໃຫ້ບໍລິການດ້ານການແພດ ແລະຮັກສາສຸຂະພາບທີ່ສະດວກວ່ອງໄວ ແລະ ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າແກ່ປະຊາຊົນລາວນຳອີກ. ພ້ອມກັນນັ້ນ, ການຮ່ວມມືດ້ານການສຶກສາແພດສາດ ລະຫວ່າງສອງຝ່າຍຍັງຈະຊ່ວຍປະເທດລາວເພື່ອສ້າງບຸກຄະລາກອນດ້ານການແພດທີ່ມີຄຸນນະພາບສູງ ແລະ ຈະສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງໃນຂົງເຂດສາທາລະນະສຸກແລະສຸຂະພາບຂອງລາວ.