ເກີດເຫດທາງຍົກລະດັບທີ່ກຳລັງກໍ່ສ້າງພັງທະລາຍຢູ່ນະຄອນຫຼວງບາງກອກປະເທດໄທ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ

CGTN, March 17, 2025
Size:

ວັນທີ 15 ມີນານີ້ ເຈົ້າໜ້າທີ່ລັດຖະບານໄທກ່າວຢືນຢັນວ່າ: ທາງຍົກລະດັບສາຍໜຶ່ງທີ່ກຳລັງກໍ່ສ້າງຢູ່ນະຄອນຫຼວງບາງກອກ ໄດ້ເກີດອຸບັດເຫດພັງທະລາຍໃນຕອນຮຸ່ງເຊົ້າມື້ດຽວກັນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ.

ອີງຕາມແຫຼ່ງຂ່າວຈາກສື່ມວນຊົນໄທຫຼາຍສຳນັກລາຍງານໃຫ້ຮູ້ວ່າ: ອຸບັດຕິເຫດຄັ້ງນີ້ເກີດຂຶ້ນໃນເວລາປະນານ 2 ໂມງຂອງ ວັນທີ 15 ມີນານີ້, ເວລານັ້ນ, ຄານເບຕົງເສີມເຫຼັກທີ່ກຳມະກອນກຳລັງເທເບຕົງກໍ່ສ້າງຢູ່ນັ້ນໄດ້ຫັກພັງລົງກະທັນຫັນ.

ທ່ານ ສຸຣິຍະ ຈິງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງຄົມມະນາຄົມໄທທີ່ເດີນທາງໄປກວດກາສະພາບການຢູ່ສະຖານທີ່ເກີດເຫດນັ້ນໄດ້ຢືນຢັນວ່າ ອຸບັດຕິເຫດຄັ້ງນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ, ໃນນີ້ ລວມທັງພະນັກງານຄົນໄທ 3 ຄົນ, ກຳມະກອນມຽນມາ 2 ຄົນ, ນອກນີ້ຍັງມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 24 ຄົນ.

ພາຍຫຼັງອຸບັດຕິເຫດເກີດຂຶ້ນແລ້ວ, ເສັ້ນທາງຢູ່ໃກ້ສະຖານທີ່ເກີດເຫດໄດ້ຖືກປິດການສັນຈອນເປັນການຊົ່ວຄາວ. 

ແຫຼ່ງຂ່າວຈາກ: CGTN