ເມື່ອບໍ່ດົນມານີ້, ຜູ້ຕ້ອງສົງໄສສັນຊາດຈີນ 2.255 ຄົນໃນຄະດີການຫຼອກລວງທາງໂທລະຄົມທີ່ເມຍວາດີປະເທດມຽນມາ ໄດ້ຖືກເຈົ້າໜ້າທີ່ຕຳຫຼວດຈີນຄຸມຕົວຜ່ານປະເທດໄທສົ່ງຄືນປະເທດ. ນັບແຕ່ວັນທີ 20 ກຸມພາປີນີ້ເປັນຕົ້ນມາ, ຈີນ, ມຽນມາ ແລະ ໄທໄດ້ເລີ່ມຮ່ວມມືເຮັດວຽກການຄຸມຕົວຜູ້ຕ້ອງສົງໄສໃນຄະດີການຫຼອກລວງທາງໂທລະຄົມທີ່ເມຍວາດີປະເທດມຽນມາກັບຄືນຈີນ ແລະ ນັບແຕ່ນັ້ນມາໄດ້ມີຜູ້ຕ້ອງສົງໄສສັນຊາດຈີນຈຳນວນ 2.876 ຄົນຖືກຄຸມຕົວສົ່ງຄືນຈີນ.
ນັບແຕ່ປີນີ້ເປັນຕົ້ນມາ, ໂດຍແນໃສ່ການກະທຳຕ້ອງໂທດທີ່ຫຼອກລວງທາງໂທລະຄົມທີ່ຖືພົນລະເມືອງຈີນເປັນເປົ້າໝາຍ ທີ່ມີເຮືອນຮັງຢູ່ເມຍວາດີຂອງມຽນມາ ມີສະຖານະການອັນຂ້ຽວຂາດ, ເຈົ້າໜ້າທີ່ຕຳຫຼວດຂອງຈີນ, ມຽນມາ ແລະ ໄທໄດ້ລົງເລິກການຮ່ວມມືດ້ານການປະຕິບັດກົດໝາຍຢ່າງບໍ່ຢຸດຢັ້ງ, ໄດ້ບີດຮັດພື້ນທີ່ການດຳລົງຄົງຕົວຂອງອາຊາຍາກຳການຫຼອກລວງທາງໂທລະຄົມຢູ່ເຂດເມຍວາດີຂອມຽນມາຢ່າງສຸດຂີດ. ແຕ່ວັນທີ 20 ເດືອນກຸມພາເປັນຕົ້ນມາ, ກະຊວງປ້ອງກັນຄວາມສະຫງົບຂອງຈີນໄດ້ຄຸມຕົວຜູ້ຕ້ອງສົງໄສສັນຊາດຈີນຈຳນວນ 2.876 ຄົນທີ່ມຽນມາສົ່ງໃຫ້ຝ່າຍຈີນ ກັບຄືນປະເທດໂດຍແບ່ງເປັນຫຼາຍຊຸດ ແລະ ຜ່ານປະເທດໄທ ເຊິ່ງເປັນການສ້າງພະລັງສະເທືອນອັນຊົງອານຸພາບໃຫ້ແກ່ກຸ່ມອາຊະຍາກຳຕ່າງປະເທດທີ່ຖືພົນລະເມືອງຈີນເປັນເປົ້າໝາຍ.