ຈີນ ແລະ​ອາ​ຊຽນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປັນ​ຍາ​ປະ​ດິດ

CGTN, March 16, 2025
Size:

ໃນໄລຍະຈັດກອງປະຊຸມ ຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະຊຸດ 14 ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ ລະຫວ່າງວັນທີ 5-11 ມີນານີ້, ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີໄດ້ຍື່ນ “ຂໍ້ສະເໜີກ່ຽວກັບການສະໜັບສະໜູນເຂດກວາງຊີສ້າງຕັ້ງສູນຮ່ວມມືແບບຫົວຄິດປະດິດສ້າງດ້ານປັນຍາປະດິດຈີນ-ອາຊຽນ”. ໃນຍຸກ AI, ເຂດກວາງຊີໄດ້ເສີມຂະຫຍາຍທ່າແຮງພິເສດຂອງຕົນ,     ເພີ່ມທະວີການຮ່ວມມືດ້ານເສດຖະກິດດີຈີຕອນກັບປະເທດສະມາຊິກອາຊຽນ. ເດືອນກຸມພາ 2025 ນີ້, ເຂດກວາງຊີ ແລະ ສປປ ລາວໄດ້ເຊັນສັນຍາວ່າດ້ວຍການຮ່ວມກັນສ້າງສູນຮ່ວມມືແບບຫົວຄິດປະດິດສ້າງດ້ານປັນຍາປະດິດ ຈີນ-ລາວ, ເຊິ່ງເປັນສູນຮ່ວມມືແບບຫົວຄິດປະດິດສ້າງດ້ານປັນຍາປະດິດແຫ່ງທຳອິດລະຫວ່າງຈີນ ແລະປະເທດສະມາຊິກອາຊຽນ.

ຊຸມປີມໍ່ໆມານີ້, ການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍໃນຂົງເຂດດີຈີຕອນລະຫວ່າງຈີນ ແລະປະເທດສະມາຊິກອາຊຽນໄດ້ພັດທະນາຢ່າງວ່ອງໄວ, ເພີ່ມພະລັງແຮງຂັບເຄື່ອນໃໝ່ຫຼາຍກວ່າເກົ່າເຂົ້າໃນການພັດທະນາຂອງເສດຖະກິດສັງຄົມໃນພາກພື້ນ.