ວັນທີ 13 ມີນານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານທອງສະຫວັນ ພົມວິຫານ ກຳມະການສູນກາງພັກປະຊາຊົນປະຕິວັດລາວ ລັດຖະມົນຕີກະຊວງການຕ່າງປະເທດລາວຢູ່ນະຄອນຫຼວງປັກກິ່ງຂອງຈີນ.
ທ່ານວາງຢີ້ ກ່າວວ່າ: ໃນເມື່ອຜະເຊີນກັບການປ່ຽນແປງຮອບຮ້ອຍປີທີ່ວ່ອງໄວກວ່າເກົ່າ, ຈີນໄດ້ປະຕິບັດ ແລະຊຸກຍູ້ສາຍພົວພັນຈີນ-ລາວຈາກທິດທາງທີ່ເປັນບຸລິມະສິດດ້ານການທູດກັບປະເທດໃກ້ຄຽງ ແລະເບິ່ງຈາກຍຸດທະສາດທີ່ເປັນຊາຕາກຳຂອງສັງຄົມນິຍົມ, ຊົມເຊີຍການສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ແລະສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຍິນດີຮ່ວມກັບລາວເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນດ້ານຍຸດທະສາດ, ເພີ່ມທະວີຄວາມສາມັກຄີ ແລະປະສານສົມທົບກັນ, ເລັ່ງລັດການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ໃນຖານະເປັນສະຫາຍອ້າຍນ້ອງ, ຈີນຍິນດີຕ້ອນຮັບ ສປປ ລາວກຳໂອກາດໃໝ່ດ້ານການພັດທະນາຂອງຈີນ ແລະຮ່ວມກັນກ້າວເຂົ້າສູ່ຄວາມທັນສະໄໝ.
ທ່ານວາງຢີ້ ເນັ້ນໜັກວ່າ: ຈີນຍິນດີຮ່ວມກັບລາວ, ຊຸກຍູ້ການສ້າງແລວທາງເສດຖະກິດຈີນ-ລາວ, ພັດທະນາທາງລົດໄຟຈີນ-ລາວໃຫ້ດີຂຶ້ນກວ່າເກົ່າ ແລະເຂັ້ມແຂງກວ່າເກົ່າ, ຂະຫຍາຍການຮ່ວມມືໃນຂົງເຂດພະລັງງານ, ປັນຍາປະດິດ ຫຼືAI ແລະເສດຖະກິດດີຈີຕອນເປັນຕົ້ນ.
ທ່ານທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສອງສະພາຂອງຈີນ, ຍ້ອງຍໍຊົມເຊີຍຈີນທີ່ໄດ້ຮັບການພັດທະນາແບບກ້າວກະໂດດພາຍໃຕ້ສະພາບແວດລ້ອມພາຍນອກທີ່ສະຫຼັບຊັບຊ້ອນ.
ທ່ານທອງສະຫວັນ ພົມວິຫານ ກ່າວຕື່ມວ່າ: ລາວຍຶດໝັ້ນຫຼັກການປະເທດຈີນດຽວ, ສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ ” ແລະ“ 3 ຂໍ້ລິເລີ່ມທົ່ວໂລກ” ທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ. ລາວຍິນດີຮ່ວມກັບຈີນຈັດຕັ້ງປະຕິບັດແຜນແມ່ບົດການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່, ຊຸກຍູ້ໃຫ້ທາງລົດໄຟລາວ-ຈີນມີປະສິດທິຜົນຕໍ່ການພັດທະນາດ້ານເສດຖະກິດໃຫ້ຫຼາຍກວ່າເກົ່າ, ຊຸກຍູ້ວິໄສທັດການພັດທະນາເຊື່ອມໂຍງ-ເຊື່ອມຈອດກັນລະຫວ່າງລາວ-ຈີນ-ໄທ. ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ, ກະສິກຳ, ການທ່ອງທ່ຽວ, ພື້ນຖານໂຄງລ່າງ, ການເຝິກອົບຮົມຊັບພະຍາກອນມະນຸດ ແລະຂົງເຂດຈະເລີນໃໝ່ ຄື: ປັນຍາປະດິດເປັນຕົ້ນ, ຮ່ວມກັນປາບປາມການພະນັນຜ່ານທາງອິນເຕີເນັດ, ການຫຼອກຫຼວງຜ່ານທາງໂທລະຄົມ ແລະອາຊະຍາກຳຂ້າມຊາດ, ຊຸກຍູ້ໃຫ້ຄູ່ຮ່ວມຊາຕາກຳລາວ-ຈີນໄດ້ຮັບການພັດທະນາໃຫຍ່ຫຼວງກວ່າເກົ່າ.
ຫຼັງຈາກການພົບປະເຈລະຈາ, ສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນຊຸກຍູ້ການຮ່ວມມືດ້ານຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກລະຫວ່າງສາທາລະນະລັດ ປະຊາຊົນຈີນ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.