ວັນທີ 6 ມີນານີ້, “ສູນວາງສະແດງ ແລະ ອົບຮົມເຕັກນິກພະລັງງານແສງຕາເວັນ” ແລະ “ສູນວິເຄາະອາຫານ” ທີ່ເປັນໂຄງການໃນກອງທຶນສະເພາະກິດແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດພິທີເປີດນຳໃຊ້ຢູ່ນະຄອນຢາງກຸ້ງ ຂອງມຽນມາ, ທ່ານເຈີ້ງຈື້ຫົງ ອັກຄະລັດຖະທູດຂອງສະຖານທູດຈີນປະຈຳມຽນມາ, ທ່ານ ອອງເຈຢາ( Aung Ze Ya) ຮອງລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີມຽນມາ, ຜູ້ຕາງໜ້າແຂວງຢາງກຸ້ງ ແລະ ທູຕານຸທູດຂອງປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງລວມທັງໝົດ 100 ກວ່າຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ທ່ານເຈີ້ງຈື້ຫົງກ່າວວ່າ: ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຂອງຈີນຢູ່ໃນອັນດັບໜຶ່ງຂອງໂລກຢ່າງໝັ້ນທ່ຽງ, ໄດ້ສ້າງລະບົບຄົ້ນຄວ້າຜະລິດທີ່ເປັນຕ່ອງໂສ້ອຸດສາຫະກຳຄົບວົງຈອນ. ຈີນໄດ້ໃຫ້ຄວາມສຳຄັນໃນລະດັບສູງຕໍ່ຄວາມປອດໄພດ້ານອາຫານ, ລະບົບກວດກາວັດແທກໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ. ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຍຶດໝັ້ນການພັດທະນາຕາມທິດສີຂຽວ, ຈີນຍິນດີຮ່ວມກັບປະເທດຄູ່ຮ່ວມຕ່າງໆ ເຊິ່ງລວມທັງມຽນມາ ລົງເລິກການແລກປ່ຽນເຕັກນິກ ແລະ ບົດຮຽນ, ຊຸກຍູ້ການພັດທະນາແບບຍືນຍົງຂອງພາກພື້ນ.
ທ່ານອອງເຈຢາ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນດ້ານເງິນທຶນຂອງຈີນ, ພ້ອມທັງກ່າວວ່າ: “ສູນວາງສະແດງ ແລະ ອົບຮົມເຕັກນິກພະລັງງານແສງຕາເວັນ” ເປັນເວທີເຜີຍແຜ່ນຳໃຊ້ພະລັງງານແສງຕາເວັນທີ່ມີບົດບາດ ຫຼາຍຢ່າງ, “ສູນວິເຄາະອາຫານ” ມີຄວາມສາມາດດຳເນີນການວິເຄາະ ແລະ ທົດລອງດ້ວຍຫຼາຍປັດໄຈ, ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາແບບສີຂຽວ ແລະ ຄວາມປອດໄພດ້ານອາຫານຂອງມຽນມາ.
ຫຼັງຈາກພິທີສິ້ນສຸດລົງ, ແຂກຜູ້ມີກຽດທີ່ເຂົ້າຮ່ວມພິທີໄດ້ທັດສະນະສຶກສາຢູ່ສອງສູນດັ່ງກ່າວ.