ນະ​ຄອນ​ເວີ້ຍ​ນານ​ແຂວງ​ສານ​ຊີ​ຈີນ ກັບ ແຂວງ​ຫົວ​ພັນ​ປະ​ເທດ​ລາວ​ຮ່ວມ​ກັນ​ສະ​ເຫຼີມ​ສະຫຼອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງຄົບ​ຮອບ 10 ປີ ແລະ ວັນ​ແມ່​ຍິງ​ສາ​ກົນ

lmcchina.org, March 13, 2025
Size:

ວັນທີ 6 ມີນານີ້, ນະຄອນເວີ້ຍນານແຂວງສານຊີຈີນ ແລະ ແຂວງຫົວພັນປະເທດລາວໄດ້ຮ່ວມກັນສະເຫຼີມສະຫຼອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 10 ປີ ແລະ ວັນແມ່ຍິງສາກົນ, ພ້ອມນັ້ນ ຍັງໄດ້ຈັດກອງປະຊຸມແລກປ່ຽນກ່ຽວກັບທຸລະກິດຂອງແມ່ຍິງ. ມີພະນັກງານການນຳທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້ານັກທຸລະກິດຍິງສອງຝ່າຍໄດ້ເຂົ້າຮ່ວມ ແລກປ່ຽນຄວາມເຫັນຜ່ານທາງອອນລາຍກ່ຽວກັບວັດທະນະທຳ ແລະ ອຸດສາຫະກຳຂອງກັນແລະກັນ, ໂດຍສະເພາະການຊຸກຍູ້ໃຫ້ເພດຍິງສ້າງຄວາມຮັ່ງມີພ້ອມກັນ ແລະ ຊຸກຍູ້ການຮ່ວມມືມິດຕະພາບສອງຝ່າຍ.

 

ຢູ່ສະຖານທີ່ຈັດງານ, ຊ່າງຫັດຖະກຳສານຫຍ້າຂອງນະຄອນເວີ້ຍນານໄດ້ນຳສະເໜີແນວຄິດຄ່ອງແຄ້ວທີ່ “ຫັນເຟືອງເຂົ້າເປັນເສັ້ນຄຳ”, ບຸກເບີກ “ເສັ້ນທາງສ້າງຄວາມຮັ່ງມີ” ເພື່ອເຮັດໃຫ້ແມ່ຍິງໄດ້ປະກອບອາຊີບຢູ່ໃກ້ເຮືອນຂອງຕົນໂດຍຜ່ານຮູບການສະຫະກອນ ທີ່ເຊື່ອມຕໍ່ ແລະ ນຳພາຊາວກະສິກອນ; ຜູ້ສືບທອດສີມືຖັກແສ່ວທີ່ເປັນມໍລະດົກວັດທະນະທຳນາມມະທຳໄດ້ນຳສະເໜີຮູບການປະກອບອາຊີບແບບໄຫວພິບ ຄື “ໂຮງຫັດຖະກຳ ມໍລະດົກວັດທະນະທຳນາມມະທຳ + ຮັບໃບສັ່ງຈອງຢູ່ເຮືອນ”, ສ່ອງແສງໃຫ້ເຫັນເຖິງເສັ້ນທາງປະດິດສ້າງໃໝ່ທີ່ວັດທະນະທຳມູນເຊື້ອຊຸກຍູ້ການສ້າງລາຍຮັບເພີ່ມຂຶ້ນໃຫ້ກັບແມ່ຍິງ. ສ່ວນແຂວງຫົວພັນໄດ້ນຳສະເໜີຈຸດເດັ່ນດ້ານການພັດທະນາ ເຊັ່ນ: ແຜ່ນແພແບບດັ້ງເດີມທີ່ມີລວດລາຍສວຍງາມປານີດ ມີຫົວຄິດປະດິດສ້າງໃນການອອກແບບເຂົ້າກັບຍຸກປັດຈຸບັນ, ສ່ອງແສງໃຫ້ເຫັນເຖິງການສືບທອດສີມືຕ່ຳແຜ່ນທີ່ມີຊີວິດຊີວາ; ຜະລິດຕະພັນກະສິກຳ ແລະ ຜະລິດຕະພັນສຳຮອງທີ່ມີເອກະລັກພິເສດຜ່ານການນຳສະເໜີທາງອິນເຕີເນັດ ສະແດງໃຫ້ເຫັນເຖິງກຳລັງແຮງບົ່ມຊ້ອນຂອງອຸດສາຫະກຳສີຂຽວ. ພາຍໃນງານຄັ້ງນີ້ຍັງໄດ້ຈັດກິດຈະກຳສຳຜັດກັບວັດທະນະທຳຊາຂອງຈີນ, ນັກຊົງນ້ຳຊາໄດ້ໃຊ້ການສະແດງແບບອ່ອນໂຍນເພື່ອເຜີຍແຜ່ແນວຄິດແລກປ່ຽນວັດທະນະທຳທີ່ “ຖືຊາເປັນສື່ກາງ”.

ໃນງານຄັ້ງນີ້ ໄດ້ຖືເອົາ“ການແລກປ່ຽນກ່ຽວກັບທຸລະກິດຂອງແມ່ຍິງ” ເປັນສາຍເຊື່ອມຕໍ່, ເພີ່ມພູນຄູນສ້າງມິດຕະພາບສອງຝ່າຍຕື່ມອີກ ໂດຍຜ່ານການແລກປ່ຽນວັດທະນະທຳ ແລະ ເຊື່ອມສານອຸດສາຫະກຳ. ສອງຝ່າຍໄດ້ເປັນເອກະພາບກັນວ່າ: ຈະສືບຕໍ່ເປີດກວ້າງການຮ່ວມມືຕົວຈິງໃນຂົງເຂດຫັດຖະກຳທີ່ມີເອກະລັກພິເສດ ການຄ້າຜະລິດຕະພັນກະສິກຳ ການເຊື່ອມໂຍງວັດທະນະທຳກັບການທ່ອງທ່ຽວ ແລະອື່ນໆ ໂດຍອ້າງອີງຕາມກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊ່ວຍເຫຼືອແມ່ຍິງຫຼາຍກວ່າເກົ່າບັນລຸຄວາມມີອິດສະຫຼະດ້ານເສດຖະກິດ ແລະ ມູນຄ່າໃນສັງຄົມ, ປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນກັບປະເທດລຸ່ມແມ່ນ້ຳຂອງ.