ໃນ 2 ເດືອນຕົ້ນປີນີ້ ການຜະລິດຈຳໜ່າຍແລະການສົ່ງອອກລົດພະລັງງານໄຟຟ້າຂອງຈີນເພິ່ມຂຶ້ນຫຼາຍກວ່າ 50%

CGTN, March 13, 2025
Size:

ວັນທີ 11 ມີນານີ້,ສະມາຄົມອຸດສາຫະກຳລົດຍົນຈີນໄດ້ປະກາດຕົວເລກສະແດງໃຫ້ເຫັນວ່າ:ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ປະລິມານການຜະລິດຈຳໜ່າຍລົດຍົນຂອງຈີນສືບຕໍ່ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ໃນນັ້ນການຜະລິດຈຳໜ່າຍ ແລະ ການສົ່ງອອກລົດພະລັດງານໄຟຟ້າໄດ້ເພີ່ມຫຼາຍຂຶ້ນໄວສົມຄວນ.

ໃນ 2 ເດືອນຕົ້ນປີນີ້,ການຜະລິດ ແລະ ການຈຳໜ່າຍລົດຍົນຂອງຈີນໄດ້ບັນລຸ 4.553.000 ຄັນ ແລະ 4.552.000 ຄັນ,ເພີ່ມຂຶ້ນ 16,2% ແລະ 13,1% ຕາມລຳດັບເມື່ອທຽບກັບໄລຍະດຽວກັນປີ 2024. ໃນນັ້ນ, ການຜະລິດຈຳໜ່າຍ ແລະ ການສົ່ງອອກລົດພະລັງງານໄຟຟ້າເພີ່ມຂຶ້ນຫຼາຍກວ່າ 50%. ແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ການຜະລິດ ແລະ ການຈຳໜ່າຍລົດພະລັງງານໄຟຟ້າບັນລຸເຖິງ 1.903.000 ຄັນ ແລະ 1.835.000 ຄັນ, ເພີ່ມຂຶ້ນ 52% ແລະ 52% ຕາມລຳດັບເມື່ອທຽບກັບໄລຍະດຽວກັນປີ 2024. ການຈຳໜ່າຍລົດພະລັງງານໄຟຟ້າຄັນໃໝ່ບັນລຸເຖິງ 40,3% ຂອງຍອດປະລິມານການຈຳໜ່າຍລົດຍົນຄັນໃໝ່. ໃນດ້ານການສົ່ງອອກ, ລົດພະລັງງານໄຟຟ້າໄດ້ສົ່ງອອກ 282.000 ຄັນ, ເພີ່ມຂຶ້ນ 54,5% ເມື່ອທຽບກັບໄລຍະດຽວກັນປີກາຍນີ້.