ວັນທີ 10 ມີນານີ້,ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານທອງສະຫວັນ ພົມວິຫານ ກຳມະການສູນກາງພັກປະຊາຊົນ ປະຕິວັດລາວ ລັດຖະມົນຕີກະຊວງການຕ່າງປະເທດລາວຈະເດີນທາງຢ້ຽມຢາມຈີນຢ່າງເປັນທາງການໃນລະຫວ່າງວັນທີ 12 ຫາ 15 ມີນານີ້.