ໃນຮູບເງົາເລື່ອງ “ນາຈາ 2” ທີ່ໄດ້ຮັບຄວາມນິຍົມຫຼາຍໃນຫວ່າງມໍ່ໆມານີ້, ຄໍາເວົ້າໜຶ່ງຂອງນາຈາ ຄື: “ຊາຕາຊີວິດຂອງເຮົາ ເຮົາເປັນຜູ້ກຳນົດ ບໍ່ແມ່ນຟ້າລິຂິດ” ໄດ້ເປັນສຽງສະທ້ອນຈາກດວງໃຈຂອງຜູ້ຊົມທີ່ນັບບໍ່ຖ້ວນ, ພາບພົດຂອງລາວທີ່ເປັນຄົນສາມາດບຸກທະລຸສິ່ງກີດຂວາງ ຫຼື ຄວາມຫຍຸ້ງຍາກໃນຊີວິດຢ່າງກ້າຫານນັ້ນໄດ້ເຂົ້າເຖິງຈິດໃຈຜູ້ຊົມຢ່າງເລິກເຊິ່ງ. ເມື່ອພວກເຮົາຫັນສາຍຕາຈາກເທບນິຍາຍໄປສູ່ການຮ່ວມມືລາວ-ຈີນ ກໍຈະໄດ້ເຫັນວ່າ ສອງເລື່ອງນີ້ມີສິ່ງຄ້າຍຄືກັນຢ່າງໜ້າອັດສະຈັນ.
ໃນຮູບເງົາເລື່ອງ “ນາຈາ 2”, ຄຳເວົ້າ “ຖ້າຢູ່ຕໍ່ໜ້າບໍ່ມີທາງອອກ, ຂ້ອຍຈະຢຽບເສັ້ນທາງໃໝ່ອອກມາ” ໄດ້ເຮັດໃຫ້ຜູ້ຂຽນປະທັບໃຈທີ່ສຸດ. ການສ້າງສຳເລັດ ແລະ ເປີດນຳໃຊ້ທາງລົດໄຟລາວ-ຈີນ ໄດ້ສ່ອງແສງເຖິງຈິດໃຈທາດແທ້ຂອງຄໍາເວົ້ານີ້. ປະເທດລາວ ຕັ້ງຢູ່ອາຊີຕາເວັນອອກສຽງໃຕ້, ການພັດທະນາເສດຖະກິດ ຂອງປະເທດໃນສະໄໝກ່ອນແມ່ນ ຖືກຈຳກັດຢ່າງໜັກໜ່ວງຍ້ອນຄວາມຫຍຸ້ງ ຍາກດ້ານຄົມມະນາຄົມ. ພາຍຫຼັງມາ, ສອງປະເທດຈີນ-ລາວ ໄດ້ເຊື່ອມໂຍງຍຸດທະສາດການພັດທະນາຢ່າງຕັ້ງໜ້າ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນໄດ້ເຊື່ອມສານກັບຍຸດທະສາດ “ການຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບປະເທດອ້ອມຂ້າງ ແລະ ພາກພື້ນ” ຂອງລາວ ເຊິ່ງໄດ້ຫັນປ່ຽນສະພາບຫຍຸ້ງຍາກດ້ານຄົມມະນາຄົມຂອງປະເທດລາວ. ທາງລົດໄຟສາຍນີ້ເປັນ “ເສັ້ນທາງເງິນເສັນທາງຄໍາ” ທີ່ເຊື່ອມຕໍ່ປະເທດລາວກັບໂລກ. ນັບແຕ່ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເປັນຕົ້ນມາ, ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 48 ລ້ານເທື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 54 ລ້ານໂຕນ ເຊິ່ງນອກຈາກໄດ້ຊ່ວຍຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ແລະ ການຄ້າເທົ່ານັ້ນ, ຫາກຍັງໄດ້ເພີ່ມພະລັງຂັບເຄື່ອນທີ່ແຂງແຮງຕໍ່ການພັດທະນາເສດຖະກິດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ລວມເຖີງຄວາມກ້າວໜ້າຂອງສັງຄົມລາວ ຕື່ມອີກ.
ຄຳວ່າ “ຊາຕາຊີວິດຂອງເຮົາ ເຮົາເປັນຜູ້ກຳນົດ ບໍ່ແມ່ນຟ້າລິຂິດ” ຂອງນາຈາ ໄດ້ສ່ອງແສງເຖິງຈິດໃຈທີ່ບຸກບືນສູ້ຊົນຢ່າງເປັນເຈົ້າການ, ຈິດໃຈແບບນີ້ກໍໄດ້ສ່ອງແສງໃຫ້ເຫັນໃນຂະບວນການຮ່ວມມືລະຫວ່າງຈີນ-ລາວເຊັ່ນດຽວກັນ. ໃນການຮ່ວມມືຈີນ-ລາວ, ຈີນໄດ້ປະຕິບັດຕາມແນວຄິດທີ່ “ສອນວິທີຫາປາ ດີກວ່າການໃຫ້ປາ” ໂດຍສຸມໃສ່ການຊ່ວຍເຫຼືອປະເທດລາວຍົກລະດັບຄວາມສາມາດໃນການພັດທະນາຢ່າງເປັນເຈົ້າການ. ຕົວຢ່າງ: ໂຄງການຕົວແບບການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກໄດ້ຈັດຕັ້ງບຸກຄົນທີ່ກ່ຽວຂ້ອງຂອງລາວມາເຂົ້າຮ່ວມຊຸດຝຶກອົບຮົມຢູ່ຈີນ ໂດຍອົບຮົມການຄຸ້ມຄອງໂຄງການຈໍານວນຫຼາຍຮ້ອຍເທື່ອຄົນ, ໄດ້ບຳລຸງສ້າງ ແລະ ຫຼໍ່ຫຼອມຜູ້ທີ່ມີຄວາມຮູ້ຄວາມສາມາດດ້ານການຄຸ້ມຄອງໂຄງການ ແລະ ມີແນວຄິດທັນສະໄໝດ້ານການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະເທດລາວ; ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟທີ່ຈີນຊ່ວຍເຫຼືອ ນອກຈາກເປັນວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ແຫ່ງທໍາອິດຢູ່ລາວ ຍັງເປັນວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ແຫ່ງທຳອິດຢູ່ປະເທດອາຊີຕາເວັນອອກສຽງໃຕ້ ເຊິ່ງໄດ້ຊ່ວຍແກ້ໄຂບັນຫາທີ່ລາວບໍ່ມີໂຮງຮຽນອາຊີວະສຶກສາກ່ຽວກັບການລົດໄຟໃນເມື່ອກ່ອນ, ໄດ້ຊຸກຍູ້ການບຳລຸງສ້າງນັກວິຊາການກ່ຽວກັບທາງລົດໄຟຂອງລາວເປັນຈໍານວນຫຼາຍ; ໂຄງການກໍ່ສ້າງອາຄານ ໂຮງໝໍມະໂຫສົດຫຼັງໃໝ່ທີ່ຈີນຊ່ວຍເຫຼືອລາວ ໄດ້ຊ່ວຍອົບຮົມບຸກຄະລາກອນທາງການແພດໃຫ້ແກ່ລາວຢ່າງຕໍ່ເນື່ອງ. ຜູ້ມີຄວາມຮູ້ຄວາມສາມາດເຫຼົ່ານີ້ໄດ້ກາຍເປັນກຳລັງສຳຄັນໃນການຊຸກຍູ້ຄວາມກ້າວໜ້າຂອງສັງຄົມລາວ, ທັງປະກອບສ່ວນທາງດ້ານສະຕິປັນຍາ ແລະ ກຳລັງແຮງເຂົ້າໃນການສ້າງຄວາມທັນສະໄໝຂອງລາວ.
ລໍ້ໄຟທີ່ນາຈາຢຽບລອຍກໍເປັນສັນຍະລັກແຫ່ງຄວາມໄວ ແລະ ກຳລັງແຮງ, ປັດຈຸບັນນີ້ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ ໄດ້ມີບົດບາດສໍາຄັນໃນການຊ່ວຍຂັບເຄື່ອນການພັດທະນາເສດຖະກິດນັບມື້ນັບພົ້ນເດັ່ນຂຶ້ນ. ໃນຊຸມປີມໍ່ໆມານີ້, ໃນຂົງເຂດສໍາຄັນຕົ້ນຕໍ ເຊັ່ນ: ເສດຖະກິດດິຈິຕອນ, ປັນຍາປະດິດ, ການສື່ສານດ້ວຍເຕັກນິກລະບົບ 5G ແລະອື່ນໆ, ຈີນ ແລະ ລາວ ກໍໄດ້ດຳເນີນການຮ່ວມມືຢ່າງຕັ້ງໜ້າ. ຫວ່າງກ່ອນນີ້ບໍ່ດົນ, ຈີນແລະ ລາວໄດ້ເຊັນສັນຍາຢູ່ນະຄອນຫຼວງວຽງຈັນ ໂດຍຈະຮ່ວມກັນສ້າງສູນການຮ່ວມມືປະດິດສ້າງໃໝ່ດ້ານປັນຍາປະດິດລາວ-ຈີນ. ໂຄງການຮ່ວມມືນີ້ຈະສຸມໃສ່ດ້ານກະສິກຳແບບອັດສະລິຍະ, ການຄົມມະນາຄົມແບບອັດສະລິຍະ ແລະ ຂົງເຂດອື່ນໆ, ນຳໃຊ້ເຕັກນິກປັນຍາປະດິດເພື່ອຍົກສູງກຳລັງແຂ່ງຂັນດ້ານອຸດສາຫະກຳຂອງລາວ. ການຮ່ວມມືໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຄືແນວນີ້ ຄ້າຍຄືກັບລໍ້ໄຟຂອງນາຈາ ເຊິ່ງຈະເປັນການເພີ່ມພະລັງຂັບເຄື່ອນທີ່ເຂັ້ມແຂງເຂົ້າໃນການພັດທະນາຂອງລາວໃນອະນາຄົດ ແລະ ບຸກເບີກພື້ນທີ່ອັນກວ້າງຂວາງບົນເສັ້ນທາງການພັດທະນາໃໝ່.
ເມື່ອບໍ່ດົນມານີ້, ໃນກອງປະຊຸມຖະແຫຼງຂ່າວຂອງກອງປະຊຸມ ຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ, ໂລກປັດຈຸບັນມີການປ່ຽນແປງຢ່າງສັບສົນ, ເຂດໂລກໃຕ້ໄດ້ຮັບການພັດທະນາແຂງແຮງຂຶ້ນຖືເປັນຂີດໝາຍທີ່ພົ້ນເດັ່ນທີ່ສຸດໃນຍຸກນີ້. ເຂດໂລກໃຕ້ໃນປັດຈຸບັນນີ້ ມີຍອດມູນຄ່າເສດຖະກິດກວມເອົາຫຼາຍກວ່າ 40% ຂອງໂລກ, ອັດຕາການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກມີຫຼາຍກວ່າ 80% ເຊິ່ງໄດ້ກາຍເປັນກ້ອນກຳລັງສຳຄັນໃນການປົກປັກຮັກສາສັນຕິພາບ, ຊຸກຍູ້ການພັດທະນາ ແລະ ປັບປຸງການບໍລິຫານຂອງໂລກ. ຈ້ອງມອງອະນາຄົດ, ຖ້າຢາກເຮັດໃຫ້ໂລກມີຄວາມໝັ້ນຄົງ ແລະ ພັດທະນາດີຂຶ້ນ, ເຂດໂລກໃຕ້ແມ່ນເປັນຂໍກະແຈທີ່ສຳຄັນ. ເຂດໂລກໃຕ້ຄວນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສາມັກຄີກັນ ແລະ ພັດທະນາຮ່ວມກັນ.
ການຮ່ວມມືຈີນ-ລາວໄດ້ສ່ອງແສງເຖິງການຮ່ວມມືກັນກ້າວເດີນໄປຂ້າງໜ້າ ແລະ ການພັດທະນາຮ່ວມກັນລະຫວ່າງປະເທດສະມາຊິກເຂດໂລກໃຕ້. ເຊື່ອວ່າໃນອະນາຄົດ ສອງປະເທດຈີນ-ລາວຈະສືບຕໍ່ສົ່ງເສີມຈິດໃຈ ແລະ ຄວາມກ້າຫານແຫ່ງການບຸກເບີກທີ່ຄ້າຍຄືກັບ “ນາຈາ”, ລົງເລິກການຮ່ວມມືຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດຈີນ-ລາວ ນັບມື້ຫຼາຍຂຶ້ນກວ່າເກົ່າ, ສ້າງໄດ້ແບບຢ່າງທີ່ດີໃຫ້ແກ່ປະເທດສະມາຊິກໃນເຂດໂລກໃຕ້ ແລະ ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.