ວັນທີ 5 ມີນານີ້ຕາມເວລາທ້ອງຖິ່ນ, ທີມສະແດງການບິນ “ປ່າຢີ່” ຫຼື 1 ສິງຫາຂອງກອງທັບອາກາດຈີນທີ່ໄດ້ເດີນທາງໄປສະແດງຢູ່ປະເທດໄທຕາມການເຊື້ອເຊີນໄດ້ສຳເລັດການເຝິກຊ້ອມເພື່ອປັບຕົວຄັ້ງທຳອິດຢູ່ສະໜາມບິນດອນເມືອງຂອງໄທຢ່າງຈົບງາມ. ທີມສະແດງການບິນ “ປ່າຢີ່” ຂອງກອງທັບອາກາດຈີນໄດ້ເລືອກເອົາຄວັນສີແດງ, ສີເຫຼືອງ, ສີຟ້າແລະສີຂາວເປັນພິເສດ, ເພື່ອໃຫ້ສີຄວັນສອດຄ່ອງກັບສີຂອງທຸງຊາດສອງປະເທດ.