ດ່ານກວດກາຄົນເຂົ້າອອກເມືອງດາລົ້ວຂອງຈີນແຈ້ງໃຫ້ຮູ້ໃນວັນທີ 4 ມີນານີ້ວ່າ: ແຕ່ເດືອນມັງກອນຫາເດືອນກຸມພາປີ 2025, ນັກທ່ອງທ່ຽວທີ່ເຂົ້າອອກເມືອງຈີນຜ່ານດ່ານດາລົ້ວຢູ່ເຂດຊາຍແດນລະຫວ່າງຈີນ-ມຽນມາໄດ້ມີເຖິງ 334.700 ເທື່ອຄົນ,ເພີ່ມຂຶ້ນ 31,27% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ດ່ານດາລົ້ວຕັ້ງຢູ່ເມືອງໄຫກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາແຂວງຢຸນນານຈີນ,ແມ່ນໜຶ່ງໃນບັນດາດ່ານທາງບົກທີ່ສຳຄັນຂອງຈີນທີ່ເຊື່ອມຕໍ່ກັບມຽນມາ.