ກອງປະຊຸມ 6 ປະເທດ LM: ການຍົກສູງຄວາມສາມາດດ້ານການບັງຄັບໃຊ້ກົດໝາຍ ແມ່ນມາດຕະການອັນສຳຄັນໃນການປາບປາມອາດຊະຍາກຳຂ້າມຊາດ

lmcchina.org, March 10, 2025
Size:

ລະຫວ່າງວັນທີ 25 ຫາ 26 ກຸມພາ 2025, ສູນຮ່ວມມືດ້ານຄວາມປອດໄພ ແລະ ການບັງຄັບໃຊ້ກົດໝາຍສັງລວມ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ໄດ້ຈັດກອງປະຊຸມໂຕະມົນວິເຄາະສະຖານະການດ້ານອາຊະຍາກຳໃນພາກພື້ນ LM ຄັ້ງທີ 2 ຢູ່ນະຄອນຄຸນໝິງ ແຂວງຢູນນານຈີນ, ມີຜູ້ຕາງໜ້າກົມໃຫຍ່ຕໍາຫຼດ ກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ, ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ສປປ ລາວ, ກະຊວງພາຍໃນ ສ ມຽນມາ, ສຳນັກງານຕຳຫຼວດແຫ່ງຊາດໄທ, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ອົງການຕໍາຫຼວດສືບສວນ-ສອບສວນຄະດີອາຍາ ແລະ ອົງການຕຳຫຼວດອາຊຽນເຂົ້າຮ່ວມ. ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ດຳເນີນການວິເຄາະ ແລະ ຄົ້ນຄວ້າເປິກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນຫາອາຊະຍາກຳຂ້າມຊາດຕ່າງໆ ເຊັ່ນ: ການສໍ້ໂກງຊັບທາງໂທລະຄົມ, ບັນຫາຢາເສບຕິດ ແລະ ອາຊະຍາກຳແບບໃໝ່.

ກອງປະຊຸມດັ່ງກ່າວໄດ້ຊີ້ອອກວ່າ: ປັດຈຸບັນ ສະຖານະການດ້ານອາຊະຍາກຳຂ້າມຊາດໃນພາກພື້ນ LM ຍັງມີລັກສະນະຂ້ຽວຂາດ ແລະ ສະຫຼັບຊັບຊ້ອນ ໂດຍປາກົດມີວິທີການກໍ່ອາຊະຍາກຳແບບໃໝ່ຢ່າງຕໍ່ເນື່ອງ ອັນພົ້ນເດັ່ນແມ່ນໃນປັດຈຸບັນ ການສໍ້ໂກງຊັບທາງໂທລະຄົມນັບມື້ນັບຮຸນແຮງຂຶ້ນ,ໂດຍມີການປະສົມປະສານກັບການພະນັນທາງອິນເຕີເນັດ, ການຄ້າມະນຸດ, ການຟອກເງິນ ແລະອື່ນໆ ເຊິ່ງບໍ່ພຽງແຕ່ໄດ້ສ້າງຜົນເສຍຫາຍຢ່າງຮ້າຍແຮງຕໍ່ສິດຜົນປະໂຫຍດຂອງປະຊາຊົນເທົ່ານັ້ນ, ຍັງໄດ້ສ້າງສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ຄວາມໝັ້ນຄົງທາງສັງຄົມໃນພາກພື້ນຕື່ມອີກ. ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ມີຄຳເຫັນເປັນເອກະພາບກັນວ່າ: ການເພີ່ມທະວີການແລກປ່ຽນ ແລະ ແບ່ງປັນຂໍ້ມູນ, ການລົງເລິກການບັງຄັບໃຊ້ກົດໝາຍຮ່ວມກັນ ແລະ ການຍົກສູງຄວາມສາມາດດ້ານການບັງຄັບໃຊ້ກົດໝາຍ ແລະ ການປາບປາມ ແມ່ນມາດຕະການສຳຄັນໃນການຮັບມືກັບອາຊະຍາກຳຂ້າມຊາດ.

ກອງປະຊຸມໂຕະມົນຄັ້ງນີ້ໄດ້ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຮ່ວມມືລະຫວ່າງອົງການບັງຄັບໃຊ້ກົດໝາຍຂອງ 6 ປະເທດ LM ອີກບາດກ້າວໜຶ່ງ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການປາບປາມອາຊະຍາກຳຂ້າມຊາດຮ່ວມກັນໃນອະນາຄົດ. ທຸກຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນ ແລະ ການເຄື່ອນໄຫວບັງຄັບໃຊ້ກົດໝາຍຮ່ວມກັນ ເພື່ອຮ່ວມກັນຮັກສາຄວາມສະຫງົບ ແລະ ຄວາມໝັ້ນຄົງໃນພາກພື້ນ LM.

ໃນໄລຍະດຳເນີນກອງປະຊຸມຄັ້ງນີ້, ສູນຮ່ວມມືດ້ານຄວາມປອດໄພ ແລະ ການບັງຄັບໃຊ້ກົດໝາຍສັງລວມ LM ໄດ້ປະສານງານລະຫວ່າງຜູ້ຕາງໜ້າຂອງອົງການການບັງຄັບໃຊ້ກົດໝາຍຂອງ 6 ປະເທດ ຄື: ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ເພື່ອເລີ່ມດຳເນີນ ການເຄື່ອນໄຫວຄວາມປອດໄພ LM 2025.