ຕາມຜົນການສະຖິຕິຈາກດ່ານກວດກາຄົນເຂົ້າອອກເມືອງເຫີໂຂວແຂວງຢຸນນານຈີນສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີນີ້ຮອດວັນທີ 2 ມີນານີ້, ນັກທ່ອງທ່ຽວທີ່ເຂົ້າອອກເມືອງຈີນໂດຍຜ່ານດ່ານເຫີໂຂວຢູ່ເຂດຊາຍແດນລະຫວ່າງຈີນ-ຫວຽດນາມໄດ້ມີເຖິງ 1,013 ລ້ານເທື່ອຄົນ,ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ກາຍເປັນດ່ານທຳອິດທີ່ໄດ້ມີນັກທ່ອງທ່ຽວເຂົ້າອອກເມືອງຈີນ ຫຼາຍກວ່າ 1 ລ້ານເທື່ອຄົນພາຍໃນແຂວງຢຸນນານໃນປີນີ້. ແຕ່ປີ 2024 ຈົນເຖິງປັດຈຸບັນນີ້, ໄດ້ມີນັກທ່ອງທ່ຽວຈາກ 19 ປະເທດແລະເຂດແຄວ້ນຜ່ານດ່ານເຫີໂຂວເຂົ້າເມືອງຈີນໂດຍນຳໃຊ້ນະໂຍບາຍຍົກເວັ້ນວີຊາ, 3 ປະເທດອັນດັບຕົ້ນທີ່ມີນັກທ່ອງທ່ຽວເຂົ້າເມືອງຈີນຫຼາຍທີ່ສຸດແມ່ນມາເລເຊຍ,ຝຣັ່ງແລະເຢຍລະມັນ.