ກອງປະຊຸມປະສານງານລະດັບກະຊວງລະຫວ່າງຈີນ-ມຽນມາ-ໄທ ເພື່ອ​ຮ່ວມ​ກັນຕ້ານອາຊະຍາກໍາຂ້າມ​ຊາດດ້ານ​ການຫຼອກລວງ​ຜ່ານ​ທາງໂທລະຄົມຈັດຂຶ້ນຢູ່ໄທ

CGTN, March 7, 2025
Size:

ຫວ່າງມໍ່ໆມານີ້, ພາກສ່ວນທີ່ກ່ຽວຂ້ອງຂອງຈີນ-ມຽນມາ-ໄທໄດ້ຈັດກອງປະ ຊຸມປະສານງານລະດັບກະຊວງເພື່ອຮ່ວມກັນໂຈມຕີອາຊະຍາກໍາຂ້າມຊາດດ້ານການຫຼອກລວງຜ່ານທາງໂທລະຄົມຢູ່ນະຄອນຫຼວງບາງກອກຂອງໄທ ໂດຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງ ແລະມີຄວາມຮັບຮູ້ທີ່ເປັນເອກະພາບກັນຫຼາຍຢ່າງກ່ຽວກັບບັນຫາການຮ່ວມກັນຕ້ານອາຊະຍາກໍາຂ້າມຊາດດັ່ງກ່າວ‌ຕື່ມອີກ.

ກອງປະຊຸມເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ແມ່ນຜົນສໍາເລັດທີ່ສໍາຄັນລັກສະນະຂັ້ນຕອນແຫ່ງການຮ່ວມມືປະຕິບັດກົດໝາຍລະຫວ່າງຈີນ-ມຽນມາ-ໄທໃນການໂຈມຕີອາຊະຍາກໍາຂ້າມຊາດດ້ານການຫຼອກລວງຜ່ານທາງໂທລະຄົມ. 3 ຝ່າຍຕ້ອງລົງເລິກຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນໃນການຮ່ວມກັນໂຈມຕີອາຊະຍາກໍາຂ້າມຊາດດ້ານການຫຼອກລວງຜ່ານທາງໂທລະຄົມ, ສ້າງກົນໄກປະສານງານທີ່ເປັນປະຈຳ, ເພີ່ມທະວີການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ດໍາເນີນວຽກງານສົ່ງຄືນຜູ້ຕ້ອງຫາແລະປັບປຸງລະບຽບການທີ່ກ່ຽວຂ້ອງໃຫ້ສົມບູນຂຶ້ນຢ່າງຕໍ່ເນື່ອງ, ຍົກປະສິດທິຜົນໃນການໂຈມຕີໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມທັງເພີ່ມທະວີການຮ່ວມມືກັບປະເທດອື່ນໃນດ້ານການປະຕິບັດກົດໝາຍ, ຮ່ວມກັນປົກປັກຮັກສາສັນຕິພາບແລະຄວາມສະຫງົບຂອງພາກພື້ນ.