ວັນທີ 4 ມີນານີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນໄດ້ເປີດໃຫ້ບໍລິການຈົນມາຮອດທ້າຍເດືອນກຸມພາປີ 2025 ນີ້, ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 48 ລ້ານ 6 ແສນເທື່ອຄົນ, ໄດ້ຂົນສົ່ງສິນຄ້າ 54 ລ້ານໂຕນ, ໃນນັ້ນໄດ້ຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 12ລ້ານ 5 ແສນໂຕນ. ໃນດ້ານການລົງເລິກການແລກປ່ຽນດ້ານວັດທະນະທຳ, ການຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນແລະການຊຸກຍູ້ການພັດທະນາດ້ານເສດຖະກິດລ້ວນແຕ່ໄດ້ຮັບຜົນງານອັນພົ້ນເດັ່ນ, ໄດ້ທຸ້ມເທກຳລັງແຮງຢ່າງເຂັ້ມແຂງເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.
ໃນຕອນຮຸ່ງເຊົ້າຂອງວັນທີ 4 ມີນານີ້, ຂະບວນລົດໄຟສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ແລ່ນຕາມທາງລົດໄຟລາວ-ຈີນໄດ້ບັນທຸກໝາກທຸລຽນແລະໝາກກ້ວຍເຕັມຕູ້ເດີນທາງໄປຮອດສະຖານີຫວາງເຈຍຢີງຕາເວັນຕົກນະຄອນຄຸນໝິງ. ພ້ອມກັນນັ້ນ, ເຄື່ອງໄຟຟ້າອັດສະລິຍະທີ່ຜະລິດຈາກເຂດສາມຫຼ່ຽມແມ່ນ້ຳຢາງຊີກ້ຽງແລະອາຫານສີຂຽວຂອງຢຸນນານກຳລັງຂຶ້ນຂະບວນລົດໄຟຖ້ຽວກັບເພື່ອຂົນສົ່ງໄປສູ່ນະຄອນຫຼວງວຽງຈັນຂອງລາວ, ນີ້ກໍໄດ້ສະແດງໃຫ້ເຫັນວ່າເສັ້ນທາງລົດໄຟລາວ-ຈີນໄດ້ເພີ່ມພະລັງແຮງໃຫ້ແກ່ການພັດທະນາດ້ານເສດຖະກິດຂອງພາກພື້ນ.