ຕາມໜັງສືພິມບາງອອກໂພສຂອງໄທລາຍງານໃນວັນທີ 3 ມີນານີ້ວ່າ: ທ່ານ ຈີຣາຍຸດ ໂຄສົກສຳນັກງານນາຍົກລັດຖະມົນຕີໄທໄດ້ແຈ້ງໃຫ້ສື່ມວນຊົນຮູ້ໃນມື້ດຽວກັນວ່າ: ໄທຈະຄົ້ນຄວ້າຄວາມອາດເປັນໄປໄດ້ກ່ຽວກັບການສ້າງກຳແພງຂວາງກັ້ນຢູ່ບາງເຂດຊາຍແດນທີ່ຕິດກັບກຳປູເຈຍເພື່ອປ້ອງກັນບໍ່ໃຫ້ເກີດມີກໍລະນີຂ້າມຊາຍແດນຢ່າງຜິດກົດໝາຍ.
ທ່ານ ຈີຣາຍຸດ ກ່າວວ່າ: ການສ້າງກຳແພງຂວາງກັ້ນແມ່ນໜຶ່ງໃນບັນດາມາດຕະການຂອງໄທໃນການຮ່ວມກັບປະເທດບ້ານໃກ້ເຮືອນຄຽງດຳເນີນການໂຈມຕີຕໍ່ອາຊະຍາກຳການຫຼອກລວງຜ່ານທາງໂທລະຄົມ ເຊິ່ງມີຈຸດປະສົງເພື່ອມ້າງທຳລາຍເຄືອຂ່າຍການຫຼອກລວງຜ່ານທາງໂທລະຄົມຂະໜາດໃຫຍ່ທີ່ຢູ່ນອກປະເທດໄທ, ຜູ້ຖືກຫຼອກລວງຜ່ານທາງໂທລະຄົມລວມທັງປະຊາຊົນໄທຈຳນວນຫຼວງຫຼາຍ.