ສະ​ຫະ​ພັນສຸ​ຂະ​ພາບ​ຕາ​​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ສ້າງ​ຕັ້ງ​ຂຶ້ນ​ຢູ່​ຊຽງ​ໄຮ້

CGTN, March 5, 2025
Size:

ສະຫະພັນສຸຂະພາບຕາ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນໃນວັນທີ 1 ມີນານີ້, ມີ 90 ກວ່າອົງການສະມາຊິກ ທີ່ມາຈາກ 25 ປະເທດແລະເຂດແຄວ້ນເຂົ້າຮ່ວມ ເຊິ່ງມີຈຸດປະສົງເພື່ອຊຸກຍູ້ການປະສານງານດ້ານເຕັກນິກແລະການສ້າງຜົນປະໂຫຍດໃຫ້ກັນໃນດ້ານຊັບພະຍາກອນກ່ຽວກັບ ສຸຂະພາບຕາລະຫວ່າງຊາດ.

ສະຫະພັນດັ່ງກ່າວຈະສ້າງຮູບແບບການຮ່ວມມືດ້ວຍເນື້ອໃນແກນກາງຕ່າງໆ ເຊັ່ນ: ການບົ່ງມະຕິແລະປິ່ນປົວພະຍາດຕາ, ການຮ່ວມມືສາກົນດ້ານການຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າແລະພັດທະນາອຸປະກອນລະດັບສູງ, ການເຝິກອົບຮົມແພດໝໍໜຸ່ມ ແລະອື່ນໆ.