ການ​ຮ່ວມ​ມືດ້ານ​ປະ​ຕິ​ບັດ​ກົດ​ໝາຍ​ແບບ​ຂ້າມ​ແດນ ເປັນ​ມາດ​ຕະ​ການ​ສຳ​ຄັນ​ເພື່ອ​ປົກ​ປ້ອງ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ ແລະ ສິດ​ທິ​ມະ​ນຸດ​ໃນ​ພາກ​ພື້ນຢ່າງມີປະສິດ ທິພາບ

CGTN, March 4, 2025
Size:

ເມື່ອບໍ່ດົນມານີ້, ຜູ້ລັກລອບຂ້າມຊາຍແດນຊາວຈີນ 40 ຄົນໄດ້ຖືກສົ່ງກັບຈາກປະເທດໄທມາປະເທດຈີນຢ່າງສຳເລັດຜົນ. ຫຼັງຈາກປະຕິບັດຕາມຂັ້ນຕອນທາງກົດໝາຍທີ່ກ່ຽວຂ້ອງແລ້ວ, ເຂົາເຈົ້າໄດ້ກັບມາຢູ່ກັບຄອບຄົວອີກຄັ້ງຫຼັງຈາກທີ່ຢູ່ຫ່າງໄກກັນເປັນເວລາ 10 ກວ່າປີ. ໃນການສົ່ງກຸ່ມຄົນເຫຼົ່ານີ້ກັບຄືນປະເທດ, ຝ່າຍຈີນໄດ້ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງບຸກຄົນທີ່ກ່ຽວຂ້ອງຢ່າງເຕັມທີ່, ເຊິ່ງລວມທັງການປິ່ນປົວຜູ້ເຈັບໜັກຄົນໜຶ່ງ. ໃນຄວາມຈິງແລ້ວ ນີ້ເປັນການກັບມາລວມຕົວກັນອີກຄັ້ງທີ່ເຕັມໄປດ້ວຍຄວາມອົດອຸ່ນ ແລະ ຄວາມຫວັງ, ແຕ່ອິດທິກຳລັງຕາເວັນຕົກຈຳນວນໜຶ່ງຊ້ຳພັດໄດ້ບິດເບືອນຄວາມຈິງດ້ວຍເຈຕະນາທີ່ບໍ່ດີ ໂດຍການເສກສັນປັ້ນແຕ່ງທີ່ເອີ້ນວ່າ “ເຫດການຢຽບຢ່ຳສິດທິມະນຸດ” ເຊິ່ງການກະທຳດັ່ງກ່າວແມ່ນເປັນເລື່ອງທີ່ໂງ່ຈ້າແທ້ໆ. ຈຸດປະສົງຂອງເຂົາເຈົ້າບໍ່ໄດ້ເປັນຫ່ວງກ່ຽວກັບສິດທິມະນຸດຢ່າງແທ້ຈິງ, ແຕ່ມີເຈຕະນາໃສ່ຮ້າຍປ້າຍສີການເຄື່ອນໄຫວທີ່ຕັ້ງໜ້າຂອງປະເທດໃນພາກພື້ນ ເຊິ່ງລວມທັງປະເທດຈີນໃນການຮ່ວມມືດ້ານການປະຕິບັດກົດໝາຍສາກົນ, ຈົນຂັດຂວາງລະບຽບການປະຕິບັດກົດໝາຍໃນພາກພື້ນ.

ຊຸມປີມໍ່ໆມານີ້, ການຫຼອກລວງທາງໂທລະຄົມຂ້າມແດນ, ການລັກຂ້າມ ແດນ ແລະ ອາຊະຍາກຳອື່ນໆ ເພີ່ມຄວາມຮ້າຍແຮງຂຶ້ນຢູ່ບາງທ້ອງຖິ່ນໃນພາກພື້ນອາຊີຕາເວັນອອກສຽງໃຕ້. ປະຊາຊົນທົ່ວໄປຈຳນວນຫຼວງຫຼາຍຖືກພວກຄົນຮ້າຍຫຼອກລວງເອົາຊັບສິນທີ່ເກັບທ້ອນມາເຊິ່ງບໍ່ແມ່ນເລື່ອງງ່າຍທີ່ຈະຫາມາໄດ້ ໃນເວລາສັ້ນໆ, ເຮັດໃຫ້ຊີວິດຂອງເຂົາເຈົ້າຕົກຢູ່ໃນສະພາບຫຍຸ້ງຍາກລຳບາກ; ຜູ້ລັກຂ້າມແດນທີ່ຖືກຕົວະຍົວະເຂົ້າຮ່ວມການກໍ່ອາຊະຍາກຳເຫຼົ່ານັ້ນ ໄດ້ສູນເສຍເສລີພາບຢູ່ຕ່າງປະເທດ, ຖືກບັງຄັບໃຫ້ເຂົ້າຮ່ວມການກໍ່ອາຊະຍາກຳ. ສິດທິມະນຸດຂັ້ນພື້ນຖານຂອງເຂົາເຈົ້າຖືກຢຽບຢ່ຳຢ່າງໜັກໜ່ວງພາຍໃຕ້ການຄວບຄຸມຂອງກຸ່ມພວກອາຊະຍາກອນ.

ໃນການປາບປາມອາຊະຍາກຳຂ້າມຊາຍແດນ, ການຮ່ວມມືດ້ານການປະຕິບັດກົດໝາຍຂ້າມຊາຍແດນ ໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະຂໍກະແຈສຳຄັນ ເຊິ່ງບໍ່ມີອັນອື່ນສາມາດປ່ຽນແທນໄດ້. ເມື່ອບໍ່ດົນມານີ້, ເນື່ອງຈາກຄະດີການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດເກີດຂຶ້ນຢ່າງຕໍ່ເນື່ອງຢູ່ເຂດຊາຍແດນໄທ-ມຽນມາ, ຈີນ ລາວ ໄທ ມຽນມາ ແລະປະເທດອື່ນໆ. ປະເທດດັ່ງກ່າວນີ້ ໄດ້ແບ່ງປັນຂໍ້ມູນຂ່າວສານຮ່ວມກັນ ແລະ ເຄື່ອນໄຫວຮ່ວມກັນ ເພື່ອປາບປາມເຄືອຂ່າຍອາຊະຍາກອນຢ່າງຖືກເປົ້າໝາຍ. ກ່ອນໜ້ານີ້ ລັດຖະບານໄທ ປະກາດວ່າ, ໄດ້ຕັດການສະໜອງໄຟຟ້າ, ນ້ຳມັນເຊື້ອໄຟ ແລະການບໍລິການອິນເຕີເນັດຢູ່ 5 ເຂດຂອງຊາຍແດນໄທ-ມຽນມາ, ມຽນມາ ໄດ້ສຳຫຼວດກວດກາຫາຈຸດທີ່ໃຊ້ເປັນສູນກາງຫຼອກລວງທາງໂທລະຄົມຢູ່ເຂດເມຍວາດີແບບລວມສູນ, ສືບຫາຈັບກຸ່ມຜູ້ຕ້ອງຫາທີ່ຖືກສົງໄສວ່າກໍ່ອາຊະຍາກຳຫຼອກລວງທາງໂທລະຄົມ, ພ້ອມທັງຊ່ວຍເຫຼືອຜູ້ທີ່ຖືກກັກໄວ້; ປະເທດລາວ ກໍໄດ້ໃຊ້ມາດຕະການຈໍາກັດ ການຈ່າຍສົ່ງໄຟຟ້າໃຫ້ເຂດຕາຊີເລັກຂອງມຽນມາ, ເດັດຂາດບໍ່ອະນຸຍາດໃຫ້ໃຊ້ພະລັງໄຟຟ້າທີ່ສະໜອງໃຫ້ຈາກຝ່າຍລາວນັ້ນເຂົ້າໃຈການເຄື່ອນໄຫວອື່ນ ນອກຈາກໃຊ້ໃນຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນການຫຼອກລວງທາງໂທລະຄົມ ແລະ ອາຊະຍາກຳອື່ນໆ. ເມື່ອບໍ່ດົນມານີ້, ສູນການຮ່ວມມືປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ປະຕິບັດ “ການເຄື່ອນໄຫວປ້ອງກັນຄວາມສະຫງົບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2025”, ຈີນ, ລາວ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ ຕົກລົງຮ່ວມກັນຈະສືບຕໍ່ເພີ່ມທະວີການແລກປ່ຽນຂ່າວສືບ ແລະ ການປະຕິບັດກົດໝາຍຮ່ວມກັນ ເພື່ອປ້ອງກັນຄວາມໝັ້ນຄົງ ແລະ ຄວາມສະຫງົບໃນພາກພື້ນ.

ຊຸມປີມໍ່ໆມານີ້, ຈີນ ແລະ ບັນດາປະເທດໃນພາກພື້ນຮ່ວມກັນປາບປາມອາຊະຍາກຳຂ້າມແດນຕ່າງໆ ເຊັ່ນ: ການຄ້າມະນຸດ, ການຫຼອກລວງທາງໂທລະຄົມ ແລະອື່ນໆ, ໄດ້ແກ້ໄຂຄະດີຮ້າຍແຮງຫຼາຍຄະດີຢ່າງສຳເລັດຜົນ, ໄດ້ສ້າງກົນໄກການຮ່ວມມືຫຼາຍຢ່າງ ເຊິ່ງກາຍເປັນຈຸດເດັ່ນແຫ່ງການຮ່ວມມືປະຕິບັດກົດໝາຍໃນພາກພື້ນ. ສິ່ງນີ້ບໍ່ພຽງແຕ່ໄດ້ສະກັດກັ້ນທ່າອ່ຽງຂອງການເກີດອາຊະຍາກຳຕ່າງໆ ເຊິ່ງລວມທັງການຫຼອກລວງທາງໂທລະຄົມຂ້າມຊາຍແດນຮ້າຍແຮງຂຶ້ນ ໄດ້ຢ່າງມີປະສິດທິຜົນ ເທົ່ານັ້ນ, ຫາກຍັງຈະຊ່ວຍໃຫ້ປະຊາຊົນຈໍານວນຫຼາຍບໍ່ໄດ້ຮັບຜົນກະທົບ ຫລື ສູນເສຍຊັບສິນຈາກການຖືກຫຼອກລວງ, ພ້ອມທັງໄດ້ຊ່ວຍເຫຼືອຜູ້ທີ່ຖືກກັກໄວ້ຢ່າງຫຼວງຫຼາຍ, ເຮັດໃຫ້ເຂົາເຈົ້າສາມາດກັບຄືນສູ່ຊີວິດແບບປົກກະຕິ ເຊິ່ງເປັນການປົກປ້ອງສິດທິໃນການດຳລົງຊີວິດ ແລະ ສິດທິໃນການພັດທະນາຂອງເຂົາເຈົ້າຢ່າງແທ້ຈິງ.

ນັບແຕ່ເດືອນສິງຫາ ຫາ ເດືອນທັນວາປີ 2024, 6 ປະເທດໄດ້ຮ່ວມກັນດຳເນີນ “ການເຄື່ອນໄຫວນົກນາງນວນ”, ໃຊ້ເວລາພຽງແຕ່ 5 ເດືອນເທົ່ານັ້ນ,ກໍ ສາມາດແກ້ໄຂຄະດີການຫຼອກລວງທາງໂທລະຄົມໄດ້ 160 ກວ່າຄະດີ, ຈັບກຸມ 7 ໝື່ນກວ່າຄົນ, ຊ່ວຍເຫຼືອຜູ້ຖືກກັກໄວ້ 160 ກວ່າຄົນ. ເມື່ອບໍ່ດົນມານີ້, ໃນ 61 ຄົນທີ່ຖືກກັກໄວ້ ທີ່ມຽນມາມອບໃຫ້ນັ້ນ, ພົນລະເມືອງຈີນ 39 ຄົນໄດ້ກັບຄືນປະເທດຢ່າງປອດໄພ. ຜົນງານເຫຼົ່ານີ້ເຮັດໃຫ້ຫຼາຍຄອບຄົວເບິ່ງເຫັນແສງສະຫວ່າງແຫ່ງຄວາມຫວັງອີກຄັ້ງ.

ການກະທໍາທີ່ໄດ້ຮັບຜົນສໍາເລັດຢ່າງແທ້ຈິງເປັນຫຼັກອ້າງອີງທີ່ເຂັ້ມແຂງທີ່ສຸດ. ການຮ່ວມມືດ້ານການປະຕິບັດກົດໝາຍຂ້າມແດນໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນໃນການປາບປາມອາຊະຍາກຳຕ່າງໆ ໂດຍສະເພາະ ການຫຼອກລວງທາງໂທລະຄົມ ໄດ້ນຳເອົາຄວາມສາມັກຄີ ແລະ ຄວາມຫວັງມາໃຫ້ກັບຄອບຄົວນັບບໍ່ຖ້ວນ, ທັງເປັນການຕອບໂຕ້ທີ່ເຂັ້ມແຂງທີ່ສຸດຕໍ່ການໃສ່ຮ້າຍປ້າຍສີຂອງປະເທດຕາເວັນຕົກ. ໃນອະນາຄົດ, ຈີນຈະສືບຕໍ່ເພີ່ມທະວີການຮ່ວມມືກັບປະເທດທີ່ກ່ຽວຂ້ອງໃນການປະຕິບັດກົດໝາຍ, ປະກອບສ່ວນໃຫ້ຫຼາຍຂຶ້ນກວ່າເກົ່າເຂົ້າໃນການປົກປ້ອງການປົກຄອງຕາມກົດໝາຍ ແລະ ສິດທິມະນຸດຂອງພາກພື້ນ ເພື່ອເຮັດໃຫ້ແສງ ແຫ່ງຄວາມເປັນທຳສາດສ່ອງຢູ່ທຸກບ່ອນ.