ນາຍົກໄທໃຫ້ຄຳໝັ້ນສັນຍາວ່າຈະເລັ່ງລັດການພັດທະນາດ້ານເສດຖະກິດຂອງໄທ

CGTN, March 4, 2025
Size:

ວັນທີ 2 ມີນານີ້, ທ່ານນາງແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທໄດ້ກ່າວຄຳປາໄສຜ່ານທາງໂທລະພາບແຫ່ງຊາດໄທໂດຍໄດ້ບັນລະຍາຍຄວາມເຫັນຂອງຕົນກ່ຽວກັບສາເຫດທີ່ເຮັດໃຫ້ຈັງຫວະການເຕີບໂຕດ້ານເສດຖະກິດຂອງໄທຊ້າລົງ, ແລະຍັງໄດ້ໃຫ້ຄຳໝັ້ນສັນຍາວ່າລັດຖະບານຈະເລັ່ງລັດການພັດທະນາດ້ານເສດຖະກິດໃນໄລຍະດຳລົງຕຳແໜ່ງຂອງຕົນ.

ທ່ານນາງແພທອງທານ ຊິນນະວັດຍັງກ່າວຜ່ານທາງໂທລະພາບວ່າ: ໃນປີ 2024 ຜ່ານມານີ້, ຍອດມູນຄ່າຜະລິດຕະພັນພາຍໃນຫຼື GDP ຂອງໄທພຽງແຕ່ໄດ້ຮັບການເຕີບໂຕ 2,5% ເທົ່ານັ້ນ, ສາເຫດແມ່ນໃນຮອບ 10 ປີຜ່ານມາໄທບໍ່ໄດ້ດຳເນີນການລົງທຶນຢ່າງຫຼວງຫຼາຍເຂົ້າໃນຂະແໜງການຈະເລີນໃໝ່, ກໍບໍ່ໄດ້ກຽມພ້ອມເພື່ອຂະແໜງການອະນາຄົດຂອງໄທ. ທ່ານນາງກ່າວຕື່ມວ່າ, ໄທຈຳເປັນຕ້ອງເຝິກອົບຮົມກຳມະກອນຄືນໃໝ່, ຍົກສູງຄວາມສາມາດຂອງເຂົາເຈົ້າ. ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການເອກະຊົນຊ່ວຍເຫຼືອລັດຖະບານພັດທະນາເສດຖະກິດແຫ່ງຊາດ.