ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ສຳ​ມະ​ນາເພື່ອ​ຍົກ​​ສູງຂີດ​ຄວາມ​ສາ​ມາດ​ດ້ານ​ການປະ​ເມີນ​ຄວາມ​ໄດ້​ມາດ​ຕະ​ຖານ​ໃນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຈັດ​ຂຶ້ນ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ

lmcchina.org, March 3, 2025
Size:

ວັນທີ 20 ກຸມພາ2025, ໄດ້ຈັດພິທີເປີດກິດຈະກຳແລກປ່ຽນສຳມະນາເພື່ອຍົກສູງຂີດຄວາມສາມາດດ້ານການປະເມີນຄວາມໄດ້ມາດຕະຖານໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ເຈົ້າໜ້າທີ່ລັດຖະບານ ແລະ ນັກວິຊາການຫຼັກແຫຼ່ງ 15 ຄົນທີ່ມາຈາກລາວ ມຽນມາ ແລະ ກຳປູເຈຍໄດ້ດຳເນີນການແລກປ່ຽນດ້ານວິຊາການ ແລະ ການທັດສະນະສຶກສາໃນຖານະເປັນສຳມະນາກອນໃນໂຄງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີຫົວຂໍ້ວ່າ  “ຊຸດອົມຮົມວ່າດ້ວຍການປະຕິບັດງານຂອງ ພື້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ ກໍຄື ອົງການຢືນຢັນຜະລິດຕະພັນ ຂັ້ນຕອນ ແລະ ການບໍລິການແຫ່ງລັດ”. ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນຂອງພື້ນຖານໂຄງລ່າງດ້ານຄຸນນະພາບໃນພາກພື້ນ, ເພີ່ມທະວີການຮ່ວມມື ແລະ ການແລກປ່ຽນລະຫວ່າງປະເທດທີ່ກ່ຽວຂ້ອງໃນຂົງເຂດການປະເມີນຄວາມໄດ້ມາດຕະຖານ.

ໃນກິດຈະກຳທີ່ດຳເນີນໄປເປັນເວລາ 8 ວັນຄັ້ງນີ້, ບັນດາສຳມະນາກອນຈະ ໄປທັດສະນະສຶກສາຢູ່ 9 ອົງການ ແລະ ວິສາຫະກິດໃນ 3 ຕົວເມືອງຂອງເຂດກວາງຊີ ແລະ ແຂວງກວາງຕຸ້ງ, ລົງເລິກຮັບຮູ້ລະບົບປະເມີນຄວາມໄດ້ມາດຕະຖານ ສະພາບການເຄື່ອນໄຫວຕົວຈິງ ແລະ ມາດຕະຖານເຕັກນິກທີ່ກ່ຽວຂ້ອງຂອງຈີນ, ຖອດຖອນບົດຮຽນກ່ຽວກັບພຶດຕິກຳແຫ່ງການປະເມີນຄວາມໄດ້ມາດຕະຖານໃນການຍົກສູງຄຸນນະພາບຂອງຜະລິດຕະພັນ, ເພີ່ມທະວີຄວາມສະດວກດ້ານການຄ້າ ແລະອື່ນໆ. ພ້ອມກັນນັ້ນ, ບັນດາສຳມະນາກອນຍັງຈະປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ເຮັດແນວໃດຈຶ່ງຈະສາມາດຍົກສູງຄວາມສາມາດດ້ານການປະເມີນຄວາມໄດ້ມາດຕະຖານຂອງປະເທດໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະອື່ນໆ, ແລກປ່ຽນບົດຮຽນກັບຊ່ຽວຊານຝ່າຍຈີນ ແລະ ຜູ້ຕາງໜ້າຂະແໜງການ, ຮ່ວມກັນເປິກສາຫາລືກ່ຽວກັບເສັ້ນທາງການພັດທະນາໃນຂົງເຂດການປະເມີນຄວາມໄດ້ມາດຕະຖານຢູ່ພາກພື້ນແມນ້ຳລ້ານຊ້າງ-ແມ່ນ້ຳຂອງໃນອະນາຄົດ.

ໂຄງການດັ່ງກ່າວໄດ້ນຳໃຊ້ຮູບການທີ່ “ຖ່າຍທອດບົດຮຽນຢູ່ມຽນມາ + ທັດສະນະສຶກສາຢູ່ຈີນ + ແລກປ່ຽນໃນງານສົນທະນາ” ເພື່ອຮັດແໜ້ນພື້ນຖານການຮ່ວມມືດ້ານເຕັກນິກໃນຂົງເຂດປະເມີນຄວາມໄດ້ມາດຕະຖານລະຫວ່າງປະເທດທີ່ກ່ຽວຂ້ອງ, ເພີ່ມແຮງຂັບເຄື່ອນອັນໃໝ່ເຂົ້າໃນການຊຸກຍູ້ການເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງທີ່ມີຄຸນນະພາບໃນພາກພື້ນ.