ວັນທີ 21 ກຸມພາ 2025, ກອງປະຊຸມເວທີເປິກສາຫາລືວ່າດ້ວຍການເຜີຍແຜ່ຂໍ້ມູນຂ່າວສານຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງປະຖົມມະເລີກ ແລະ ພິທີສ້າງຕັ້ງສະຖາບັນຄົ້ນຄວ້າການເຜີຍແຜ່ຂໍ້ມູນຂ່າວສານຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.
ສະຖາບັນຄົ້ນຄວ້າການເຜີຍແຜ່ຂໍ້ມູນຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນສູນເຜີຍແຜ່ຂໍ້ມູນຂ່າວສານສາກົນໃນພາກພື້ນອາຊີໃຕ້ ອາຊີຕາເວັນອອກສຽງໃຕ້ແຂວງຢຸນນານ, ສູນເຜີຍແຜ່ຂໍ້ມູນຂ່າວສານອາຊີປາຊີຟິກອົງການພິມຈຳໜ່າຍພາສາຕ່າງປະເທດຂອງຈີນ, ວິທະຍາໄລຖະແຫຼງຂ່າວ ແລະ ການເຜີຍແຜ່ຂໍ້ມູນຂ່າວສານມະຫາວິທະຍາໄລປັກກິ່ງ, ສູນຄົ້ນຄວ້າການເຜີຍແຜ່ຂໍ້ມູນຂ່າວສານມະຫາວິທະຍາໄລປັກກິ່ງ ຮ່ວມກັນລິເລີ່ມສ້າງຕັ້ງຂຶ້ນ. ໂດຍອີງໃສ່ຊັບພະຍາກອນດ້ານວິຊາການຂອງສະຖາບັນການສຶກສາຊັ້ນສູງ, ພ້ອມທັງຮ່ວມມືກັບສື່ມວນຊົນທີ່ກ່ຽວຂ້ອງ ຄັງປັນຍາ ແລະ ອົງການຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ, ສຸມຄວາມພະຍາຍາມສ້າງເວທີຂັ້ນສູງເພື່ອຄົ້ນຄວ້າການເຜີຍແຜ່ຂໍ້ມູນຂ່າວສານຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສະໜອງການສະໜັບສະໜູນດ້ານສະຕິປັນຍາເຂົ້າໃນການຮ່ວມມື ແລະ ການພັດທະນາຂອງພາກພື້ນ.
ມື້ດຽວກັນ, ຍັງໄດ້ຈັດກອງປະຊຸມເວທີເປິກສາຫາລືວ່າດ້ວຍການເຜີຍແຜ່ຂໍ້ມູນຂ່າວສານຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງປະຖົມມະເລີກ, ຜູ້ຕາງໜ້າພາກສ່ວນລັດຖະບານ ຄັງປັນຍາຂອງສະຖາບັນການສຶກສາຊັ້ນສູງ, ສະມາຄົມຂະແໜງການ ສື່ມວນຊົນ ແລະ ວິສາຫະກິດທີ່ເຂົ້າຮ່ວມກອງປະຊຸມ ພ້ອມດ້ວຍຊ່ຽວຊານຈາກຄັງປັນຍາຂອງປະເທດອ້ອມຂ້າງ ເຊັ່ນ: ກຳປູເຈຍ ເປັນຕົ້ນ ໄດ້ປິ່ນອ້ອມຫົວຂໍ້ “ການເຜີຍແຜ່ຂໍ້ມູນຂ່າວສານຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ໂອກາດ ສິ່ງທ້າທາຍ ແລະ ພຶດຕິກຳການປະດິດສ້າງໃໝ່”, ເປິກສາຫາລືກ່ຽວກັບຫຼາຍຫົວຂໍ້ ເຊັ່ນ: ການປ່ຽນແປງໃໝ່ຂອງສະພາບການເຜີຍແຜ່ຂໍ້ມູນຂ່າວສານຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໂອກາດໃໝ່ ແລະ ສິ່ງທ້າທາຍໃໝ່ໃນການຮ່ວມມືພາກພື້ນ, ຂໍ້ຫຍຸ້ງຍາກ ແລະ ຂໍ້ບຸກທະລຸໃນການເຜີຍແຜ່ຂໍ້ມູນຂ່າວສານຢູ່ປະເທດອ້ອມຂ້າງ, ການບຳລຸງສ້າງພາບພົດຂອງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນໂຄງສ້າງຫາງສຽງສາກົນ ແລະອື່ນໆ, ພ້ອມ ທັງໄດ້ແລກປ່ຽນຜົນງານການຄົ້ນຄວ້າ ແລະ ບົດຮຽນດ້ານພຶດຕິກຳຕົວຈິງ. ໃນກອງປະຊຸມຄັ້ງນີ້ຍັງໄດ້ເປິກສາຫາລືກ່ຽວກັບຖານະບົດບາດ ແລະ ຮູບແບບການເຄື່ອນໄຫວຂອງສະຖາບັນຄົ້ນຄວ້າ, ເປີດແນວຄິດໃຫ້ແກ່ການພັດທະນາຂອງສະຖາບັນຄົ້ນຄວ້າໃນອະນາຄົດ.