ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນພົບປະກັບຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ

CGTN, March 3, 2025
Size:

ວັນທີ 27 ກຸມພານີ້ ຢູ່ນະຄອນຫຼວງປັກກິ່ງ, ທ່ານ ຫຼິວຈ້ຽນຊາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນ ໄດ້ພົບປະກັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ເຊິ່ງນໍາພາໂດຍທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ.

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ເນັ້ນໜັກວ່າ: ຄວນຖືເອົາຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກກໍຄືສອງປະເທດເປັນທິດຊີ້ນໍາ, ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວສະບັບປີ 2024-2028 ໃຫ້ດີ, ສືບຕໍ່ຮັກສາການສົນທະນາກັນທາງຍຸດທະສາດ, ຮັດແໜ້ນການແລກປ່ຽນ ແລະການຮ່ວມມືກັນນັບແຕ່ຂັ້ນສູນກາງຈົນຮອດຂັ້ນທ້ອງຖິ່ນຂອງສອງພັກ, ເພີ່ມທະວີຄວາມສາມັກຄີ ແລະການປະສານງານ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວໃຫ້ໄດ້ຮັບໝາກຜົນຕົວຈິງທີ່ອຸດົມສົມບູນຂຶ້ນກວ່າເກົ່າ.

ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.