ວັນທີ 27 ກຸມພານີ້, ຢູ່ນະຄອນຫຼວງປັກກິ່ງປະເທດຈີນ, ທ່ານ ຊ້າຍສີ ກຳມະການປະຈຳກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກຄອມມູນິດຈີນ ໄດ້ພົບປະກັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ທີ່ນຳພາໂດຍ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດລາວ.
ໂອກາດດັ່ງກ່າວ, ທ່ານ ຊ້າຍສີ ກ່າວວ່າ: ນັບແຕ່ທ່ານເລຂາທິການໃຫຍ່ສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ຮ່ວມກັນລົງນາມໃນແຜນແມ່ບົດວ່າດ້ວຍການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວສະບັບໃໝ່(ປີ2024-2028)ເປັນຕົ້ນມາ, ສາຍພົວພັນຈີນ-ລາວໄດ້ມີທ່ວງທ່າຂະຫຍາຍຕົວຢ່າງເຂັ້ມແຂງ. ຈີນຍິນດີຮ່ວມກັບລາວເພີ່ມທະວີການແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນ ໃນດ້ານການຄຸ້ມຄອງພັກ ແລະການບໍລິຫານປະເທດ, ຮັດແໜ້ນການປະສານງານຢ່າງໃກ້ຊິດພາຍໃຕ້ຂອບຫຼາຍຝ່າຍເຊັ່ນ: ອາຊຽນ, ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນຕົ້ນ, ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ຂະຫຍາຍຕົວກ້າວໄປໄກຢ່າງໝັ້ນທ່ຽງ.
ທ່ານ ບຸນທອງ ຈິດມະນີ ກ່າວຢືນຢັນວ່າ ສາຍພົວພັນລາວ-ຈີນໃນປັດຈຸບັນ ພວມຢູ່ໃນລະດັບການພັດທະນາດີທີ່ສຸດໃນປະຫວັດສາດ. ພັກປະຊາຊົນປະຕິວັດລາວກຳລັງກະກຽມຄວາມພ້ອມດ້ານຕ່າງໆໃນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12 ຂອງຕົນ ແລະຈະສືບຕໍ່ຖືເອົາການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລະຫວ່າງສອງປະເທດເປັນທິດທາງ ແລະໜ້າທີ່ວຽກງານອັນສຳຄັນ.
ແຫຼ່ງຂ່າວຈາກ: CGTN