ຝ່າຍຕ່າງໆຈະສືບຕໍ່ເພີ່ມທະວີການແລກປ່ຽນຂ່າວລັບ ແລະ ການເຄື່ອນໄຫວປະຕິບັດກົດໝາຍຮ່ວມ

CGTN, March 1, 2025
Size:

ລະຫວ່າງວັນທີ 25-26 ກຸມພານີ້, ສູນການຮ່ວມມືປະຕິບັດກົດໝາຍແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ຈັດກອງປະຊຸມໂຕະມົນເພື່ອວິເຄາະສະພາບການກໍ່ອາຊະຍາກຳຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 2 ຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນ.

ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມເຫັນດີເປັນເອກະພາບກັນວ່າ: ການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ລົງເລິກການປະຕິບັດກົດໝາຍຮ່ວມກັນ ແລະ ຍົກສູງຄວາມສາມາດດ້ານການປະຕິບັດກົດ  ໝາຍ ແມ່ນມາດຕະການທີ່ສຳຄັນໃນການຮັບມືກັບອາຊະຍາກຳຂ້າມຊາດ.

ກອງປະຊຸມໂຕະມົນຄັ້ງນີ້ ໄດ້ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຮ່ວມມືລະຫວ່າງອົງການປະຕິບັດກົດໝາຍຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕື່ມອີກ ເຊິ່ງໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຮ່ວມກັນປາບປາມອາຊະຍາກຳຂ້າມຊາດໃນອະນາຄົດ. ຝ່າຍຕ່າງໆ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂ່າວລັບ ແລະ ການເຄື່ອນໄຫວປະຕິບັດກົດໝາຍຮ່ວມ ເພື່ອຮ່ວມກັນປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ໃນໄລຍະກອງປະຊຸມຄັ້ງນີ້, ສູນການຮ່ວມມືປະຕິບັດກົດໝາຍແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ແຕ່ງຕັ້ງຜູ້ຕາງໜ້າພາກສ່ວນປະຕິບັດກົດໝາຍຈາກ 6 ປະເທດ ຄື: ຈີນ, ລາວ, ໄທ, ກຳປູເຈຍ, ມຽນມາ ແລະຫວຽດນາມຮ່ວມກັນເປີດ “ການເຄື່ອນໄຫວຮັກສາຄວາມສະຫງົບປອດໄພຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ  2025”.