ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າຂະໜາດ 500 ກິໂລໂວນຈີນ-ລາວເລີ່ມລົງມືກໍ່ສ້າງ

CGTN, February 27, 2025
Size:

ອີງຕາມແຫຼ່ງຂ່າວຈາກບໍລິສັດເຄືອຂ່າຍໄຟຟ້າພາກໃຕ້ຈີນແຈ້ງໃຫ້ຮູ້ວ່າ: ວັນທີ 26 ກຸມພານີ້, ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າຂະໜາດ 500 ກິໂລໂວນຈີນ-ລາວ ໄດ້ເລີ່ມລົງມືກໍ່ສ້າງ, ພາຍຫຼັງສ້າງສຳເລັດແລ້ວ, ແຕ່ລະປີຈະສາມາດສົ່ງພະລັງງານໄຟຟ້າສະອາດໄດ້ເຖິງ 3 ຕື້ກິໂລວັດໂມງ.

ຕາມຂ່າວແຈ້ງໃຫ້ຮູ້ອີກວ່າ: ໂຄງການກໍ່ສ້າງສາຍສົ່ງໄຟຟ້າທີ່ລົງມືກໍ່ສາງໃນຄັ້ງນີ້ ມີສາຍສົ່ງໄຟຟ້າຂະໜາດ 500 ກິໂລໂວນ ເປັນໄລຍະທາງຍາວທັງໝົດເຖິງ 183,5 ກິໂລແມັດ ເຊິ່ງເລີ່ມຈາກແຂວງອຸດົມໄຊປະເທດລາວໄປສູ່ແຂວງຢູນນານຈີນ. ໂຄງການກໍ່ສ້າງດັ່ງກ່າວແບ່ງເປັນສອງຕອນຄື: ຕອນຢູ່ລາວ ແລະຕອນຢູ່ຈີນ. ໄລຍະທາງຕອນຢູ່ລາວມີປະມານ 35,5 ກິໂລແມັດ, ຕອນຢູ່ຈີນມີປະມານ148 ກິໂລແມັດ. ໂຄງການນີ້ຍັງຈະສ້າງສະຖານີຈ່າຍໄຟຟ້າຂະໜາດ 500 ກິໂລໂວນ ອີກໜຶ່ງແຫ່ງຢູ່ໃນໄລຍະກາງຂອງແລວທາງ.

ຄາດວ່າ ໂຄງການດັ່ງກ່າວຈະສ້າງສຳເລັດ ໃນປີ 2026, ພາຍຫຼັງເປີດນຳໃຊ້ແລ້ວ, ສອງປະເທດຈີນ-ລາວສາມາດຊ່ວຍໜູນກັນໃນດ້ານພະລັງງານໄຟຟ້າເຖິງ 1.500.000 ກິໂລວັດ, ແຕ່ລະປີຈະສາມາດສົ່ງພະລັງງານໄຟຟ້າສະອາດເຖິງ 3 ຕື້ກິໂລວັດໂມງ.