ໄທຈະຮ່ວມກັບຈີນ ແລະ ມຽນມາ ເພີ່ມທະວີການຮ່ວມມື ແລະ ສົນທະນາກັນ ເພື່ອແກ້ໄຂບັນຫາການຫຼອກລວງທາງໂທລະຄົມຢ່າງຈິງຈັງ

CGTN, February 27, 2025
Size:

ວັນທີ 25 ກຸມພານີ້, ລັດຖະບານໄທໄດ້ຈັດກອງປະຊຸມ ໂດຍໄດ້ປຶກສາຫາລືມາດຕະການປາບປາມການຫຼອກລວງທາງໂທລະຄົມຕື່ມອີກ. ໃນກອງປະຊຸມຖະແຫຼງຂ່າວຫຼັງກອງປະຊຸມ, ທ່ານ ນ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທກ່າວວ່າ: ລັດຖະບານໄທໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ບັນຫາການຫຼອກລວງທາງໂທລະຄົມ, ມີທ່າທີຢ່າງສະເໝີຕົ້ນສະເໝີປາຍທີ່ຈະປະຕິບັດການຢ່າງບໍ່ລົດລະເພື່ອແກ້ໄຂບັນຫາດັ່ງກ່າວ.

ທ່ານ ນ ແພທອງທານ ຊິນສະວັດ ຢືນຢັນວ່າ: ຫວ່າງມໍ່ໆມານີ້, ລັດຖະບານໄທກັບປະເທດທີ່ກ່ຽວຂ້ອງ ໄດ້ຮັບຄວາມຄືບໜ້າໃນການປາບປາມອາຊະຍາກຳຢູ່ບໍລິເວນຊາຍແດນ ແລະນຳສົ່ງຜູ້ກ່ຽວກັບຄືນປະເທດ. ພ້ອມກັນນັ້ນ, ໄທຈະສືບຕໍ່ຮ່ວມກັບຈີນ ແລະ ມຽນມາ ເພີ່ມທະວີການຮ່ວມມື ແລະ ການສົນທະນາກັນ ເພື່ອແກ້ໄຂບັນຫາການຫຼອກລວງທາງໂທລະຄົມຢ່າງຈິງຈັງ.

ເພື່ອເພີ່ມທະວີການຮ່ວມມືຂ້າມຊາດຕື່ມອີກ, ທ່ານ ນ ແພທອງທານ ຊິນນະວັດ ຈະເດີນທາງໄປແຂວງສະແກ້ວທາງພາກຕາເວັນອອກຂອງໄທ ໃນວັນທີ 28 ກຸມພານີ້ ເພື່ອສຳຫຼວດບັນຫາການຫຼອກລວງທາງໂທລະຄົມ ແລະ ລົງເລິກການຮ່ວມມືກັບລັດຖະບານກຳປູເຈຍ ເພື່ອຊຸກຍູ້ການເຄື່ອນໄຫວປາບປາມຮ່ວມກັນ.