ກອງປະຊຸມໂຄສະນາເຜີຍແຜ່ ແລະ ພົບປະແລກປ່ຽນການສຶກສາຊັ້ນສູງ ລາວ-ຈີນຈັດຂຶ້ນຢູ່ຫຼວງພະບາງ

CGTN, February 27, 2025
Size:

ວັນທີ 22 ກຸມພານີ້, ຄະນະຜູ້ແທນການສຶກສາຊັ້ນສູງ ແຂວງຢຸນນານຈີນ ທີ່ປະກອບດ້ວຍມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນໝິງ, ມະຫາວິທະຍາໄລຢຸນນານ ແລະ ມະຫາວິທະຍາໄລສ້າງຄູຢຸນນານ ໄດ້ເດີນທາງໄປຮອດນະຄອນຫຼວງພະບາງ ແຂວງຫຼວງພະບາງຂອງລາວ ເພື່ອເຂົ້າຮ່ວມກອງປະຊຸມໂຄສະນາເຜີຍແຜ່ ແລະ ພົບປະແລກປ່ຽນການສຶກສາຊັ້ນສູງ ລາວ-ຈີນ ທີ່ຈັດຂຶ້ນຢູ່ມະຫາວິທະຍາໄລສຸພານຸວົງ.

ໃນງານໂຄສະນາເຜີຍແຜ່ການສຶກສາຊັ້ນສູງ, ມະຫາວິທະຍາໄລຂອງແຂວງຢຸນນານ 12 ແຫ່ງ ໄດ້ວາງສະແດງທ່າແຮງຂອງຕົນຢ່າງມີຊີວິດຊີວາ ໂດຍປິ່ນອ້ອມທ່າແຮງດ້ານຫຼັກສູດ, ການສ້າງໂຮງຮຽນແບບສາກົນ, ການສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະດ້ານອື່ນໆ ເຊິ່ງໄດ້ດຶງດູດຄວາມສົນໃຈຂອງ ນັກສຶກສາລາວຢ່າງຫຼວງຫຼາຍ. ໃນການວາງສະແດງ, ຜູ້ຕາງໜ້າຈາກມະຫາວິທະຍາໄລຕ່າງໆ ໄດ້ຕອບຄຳຖາມຂອງ ນັກສຶກສາລາວກ່ຽວກັບການເລືອກວິຊາຮຽນ, ນະໂຍບາຍຕໍ່ການໄປຮຽນຢູ່ຈີນ ແລະ ການພັດທະນາໃນອະນາຄົດ. ນອກຈາກນີ້ ຍັງໄດ້ຕັ້ງໜ້າເປິກສາຫາລືກ່ຽວກັບທິດທາງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ຈີນໃນອະນາຄົດ ເພື່ອປະກອບສ່ວນເຂົ້າໃນການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງໃນຂົງເຂດການສຶກສາຊັ້ນສູງລະຫວ່າງສອງປະເທດ ຕື່ມອີກ.