ກະຊວງປ້ອງກັນຄວາມສະຫງົບລາວມອບຜູ້ຖືກຫາຫຼົບໜີຄະດີ 1 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ

CGTN, February 27, 2025
Size:

ອີງຕາມແຫຼ່ງຂ່າວຈາກສູນການຮ່ວມມືປະຕິບັດກົດໝາຍແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ມອບຜູ້ຖືກຫາຫຼົບໜີຄະດີ 1 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດແຂວງເຈີ້ຈ່ຽງຈີນ.

ຜູ້ຖືກຫາຄົນນີ້ ແມ່ນຖືກພາກສ່ວນປ້ອງກັນຄວາມສະຫງົບແຂວງເຈີ້ຈ່ຽງຈີນອອກຄໍາສັ່ງໝາຍຈັບເນື່ອງຈາກຖືກສົງໄສວ່າກະທຳຜິດໃນການຫຼອກລວງທາງໂທລະຄົມ.

ຜ່ານຈາກການປະສານງານຂອງສູນການຮ່ວມມືປະຕິບັດກົດໝາຍແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ,ເຈົ້າໜ້າທີ່ຕຳຫຼວດລາວ ຈັບຜູ້ຖືກຫາດັ່ງກ່າວໄດ້ຢູ່ເຂດພິເສດສາມຫຼ່ຽມຄຳ

ແຫຼ່ງຂ່າວຈາກ: CGTN