ອີງຕາມແຈ້ງການຂອງກົມຄຸ້ມຄອງຄົນເຂົ້າ-ອອກເມືອງແຫ່ງຊາດຈີນໃນວັນທີ 10 ກຸມພາ 2025 ໃຫ້ຮູ້ວ່າ: ນະໂຍບາຍຍົກເວັ້ນວີຊາໃຫ້ກຸ່ມນັກທ່ອງທ່ຽວຈາກປະເທດສະມາຊິກອາຊຽນທີ່ເຂົ້າມາທ່ອງທ່ຽວຢູ່ສິບສອງພັນນາ ແຂວງຢູນນານ ສປ ຈີນ ມີຜົນສັກສິດນັບແຕ່ວັນທີ 10 ກຸມພາ 2025 ເປັນຕົ້ນໄປ.
ນາງ ທ່າງເສຊ່ວງ ຄົນເຊື້ອຊາດຈີນສັນຊາດມາເລເຊຍ ໄດ້ຍ້ອງຍໍຊົມເຊີຍໃນເວລາຂີ່ລົດໄຟຖ້ຽວ D87 ຈາກສະຖານີຄຸນໝິງໃຕ້ ຫາ ນະຄອນຫຼວງວຽງຈັນ ໃນວັນທີ 11 ກຸມພາ 2025 ວ່າ: “ລົດໄຟຈີນ-ລາວຈັ່ງແມ່ນໄວຫຼາຍ ແລະ ສະດວກທີ່ສຸດ! ນີ້ແມ່ນຄັ້ງທີ 2 ແລ້ວທີ່ຂ້າພະເຈົ້າໄດ້ມາທ່ອງທ່ຽວຈີນ, ຖ້າທຽບໃສ່ການທ່ອງທ່ຽວຄັ້ງທຳອິດທີ່ເດີນທາງດ້ວຍຍົນ, ການຂີ່ລົດໄຟແມ່ນສາມາດຊົມວິວທິວທັດຕາມແລວທາງລົດໄຟໄດ້ດີກວ່າ ແລະ ມີປະສົບການທີ່ດີກວ່າ.”
ນັບແຕ່ປີນີ້ເປັນຕົ້ນມາ, ການສັ່ງຈອງມາທ່ອງທ່ຽວຢູ່ສິບສອງພັນນາຂອງນັກທ່ອງທ່ຽວຈາກບັນດາປະເທດສະມາຊິກອາຊຽນ ໄດ້ເພີ່ມຂຶ້ນຫຼາຍກວ່າ 2,5 ເທົ່າ. 10 ອັນດັບນັກທ່ອງທ່ຽວຈາກປະເທດສະມາຊິກອາຊຽນທີ່ມາທ່ອງທ່ຽວຢູ່ສິບສອງພັ່ນນານັບແຕ່ປີນີ້ເປັນຕົ້ນມາ ແມ່ນມາຈາກປະເທດໄທ ແລະ ມາເລເຊຍ.
ເພື່ອຮັບໃຊ້ໃຫ້ແກ່ “ການທ່ອງທ່ຽວຂ້າມແດນ” ທີ່ກຳລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນ, ນັບແຕ່ປີນີ້ເປັນຕົ້ນມາ, ສູນຄຸ້ມຄອງບໍລິຫານການດໍາເນີນງານທາງລົດໄຟຈີນ-ລາວ ນະຄອນຫຼວງວຽງຈັນ ໄດ້ເລີ່ມສະໜອງການບໍລິການຫຼາຍພາສາຕ່າງປະເທດກັບທີ່ ໂດຍແນໃສ່ສະພາບຕົວຈິງທີ່ນັກທ່ອງທ່ຽວບາງຄົນບໍ່ເຂົ້າໃຈພາສາຈີນ, ລາວ ແລະ ອັງກິດ ເຮັດໃຫ້ປະສົບການຂອງນັກທ່ອງທ່ຽວສາກົນດີຂຶ້ນ.
ພ້ອມດຽວກັນນີ້, ໃນຖານະເປັນທ່າບົກສາທາລະນະສາກົນແຫ່ງທຳອິດ, ສະຖານີລົດໄຟບໍ່ຫານທີ່ເປັນດ່ານຊາຍແດນ ໄດ້ກຳນົດຈຸດບໍລິການກູ້ໄພສຸກເສີນພາຍໃນສະຖານີ ໂດຍປະກອບມີອຸປະກອນຕ່າງໆ ເຊັ່ນ: ເຄື່ອງກະຕຸ້ນຫົວໃຈພາຍນອກອັດຕະໂນມັດ(AED), ເຄື່ອງ ECG, ຊຸດປະຖົມພະຍາບານເປັນຕົ້ນ ແລະ ໄດ້ສະໜອງການບໍລິການຜ່ານດ່ານຢ່າງວ່ອງໄວແບບໃຫ້ບຸລິມະສິດ, ແບບ “1 ຕໍ່ 1” ແລະອື່ນໆແກ່ຜູ້ຕ້ອງການເຂົ້າເມືອງເພື່ອຮັບການປິ່ນປົວດ່ວນ. ຢູ່ໃນສະຖານີ ຍັງໄດ້ຕິດຕັ້ງຕູ້ ATM ໃໝ່ຢູ່ເຂດກວດຄົນເຂົ້າເມືອງເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວຕ່າງປະເທດໃນການໃຊ້ບັດທະນາຄານຕ່າງປະເທດເພື່ອຖອນເງິນ ຢວນ ເຊິ່ງເປັນການແກ້ໄຂຄວາມຕ້ອງການຕົວຈິງຂອງນັກທ່ອງທ່ຽວ.
ຍ້ອນຄວາມສະດວກຂອງທາງລົດໄຟຈີນ-ລາວ ແລະ ນະໂຍບາຍຍົກເວັ້ນວີຊາຂອງປະເທດຈີນ, ບົດບາດຊຸກຍູ້ຂອງທາງລົດໄຟຈີນ-ລາວຍິ່ງພົ້ນເດັ່ນຂຶ້ນຕື່ມອີກ. ພຽງແຕ່ໃນເດືອນມັງກອນປີນີ້ເທົ່ານັ້ນ, ຄົນເຂົ້າ-ອອກເມືອງໄດ້ບັນລຸເຖິງ 29.964 ເທື່ອຄົນ ເພີ່ມຂຶ້ນ 63% ຖ້າທຽບໃສ່ໄລຍະດຽວກັນຂອງປີກາຍ. ພ້ອມດຽວກັນນີ້, ສິນຄ້າເຂົ້າ-ອອກທີ່ຂົນສົ່ງຜ່ານທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 478.000 ໂຕນ, ມູນຄ່າ 1,33 ຕື້ຢວນ, ເພີ່ມຂຶ້ນ 7% ແລະ 2% ຕາມລຳດັບຖ້າທຽບໃສ່ໄລຍະດຽວກັນຂອງປີກາຍ.