ຕອນເຊົ້າວັນທີ 24 ກຸມພານີ້, ກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທຳອິດຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ ໂດຍການເປັນປະທານຂອງ ທ່ານຈ້າວເລີ້ຈີ້ ປະທານສະພາປະຊາຊົນແຫ່ງຊາດຈີນ.
ໜຶ່ງໃນໜ້າທີ່ສຳຄັນຂອງກອງປະຊຸມຄັ້ງນີ້ ແມ່ນການກະກຽມວຽກງານຕ່າງໆ ໃຫ້ແກ່ກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14. ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາຮ່າງບົດລາຍງານວຽກງານຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ຄົ້ນຄວ້າພິຈາລະນາຍັດຕິຂອງກອງປະຊຸມປະທານສະພາປະຊາຊົນແຫ່ງຊາດຈີນກ່ຽວກັບການໃຫ້ພິຈາລະນາຮ່າງວາລະກອງປະຊຸມ, ຮ່າງລາຍຊື່ຄະນະປະທານ ແລະ ເລຂາທິການໃຫຍ່, ຮ່າງລາຍຊື່ຜູ້ເຂົ້າຟັງກອງປະຊຸມ ແລະ ອື່ນໆຂອງກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14.