ລາຍຮັບຈາກຕະຫຼາດຮູບເງົາຈີນ ໃນໄລຍະພັກບຸນກຸດຈີນ 2025 ບັນລຸຫຼາຍກວ່າ 20 ຕື້ຢວນ

CGTN, February 25, 2025
Size:

ອີງຕາມສະຖິຕິຈາກເວັບໄຊທີ່ກ່ຽວຂ້ອງ ສະແດງໃຫ້ເຫັນວ່າ: ນັບມາຮອດເວລາ 18 ໂມງຂອງວັນທີ 24 ກຸມພານີ້, ຍອດລາຍຮັບຈາກຕະຫຼາດຮູບເງົາໃນໄລຍະພັກບຸນກຸດຈີນ 2025 ບັນລຸຫຼາຍກວ່າ 20 ຕື້ຢວນ. ໃນນັ້ນ, ຍອດລາຍຮັບຂອງຮູບເງົາເລື່ອງ “ນາຈາ 2” ຫຼາຍກວ່າ 13,6 ຕື້ຢວນ.