ຈີນ-ລາວ ຮ່ວມກັນສ້າງສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ

CGTN, February 25, 2025
Size:

ວັນທີ 23 ກຸມພານີ້, ພິທີລົງນາມໃນສັນຍາວ່າດ້ວຍການຮ່ວມກັນສ້າງສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ ຫຼື AI ລະຫວ່າງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ-ລາວ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຂອງລາວ, ສູນຮ່ວມມືດັ່ງກ່າວເປັນເວທີການປະດິດສ້າງໃໝ່ໃນການຮ່ວມມືດ້ານປັນຍາປະດິດແຫ່ງທໍາອິດທີ່ຈີນລົງນາມໃນສັນຍາກັບປະເທດໃນອາຊຽນ. ສອງຝ່າຍ ຈະຮ່ວມກັນສ້າງຕັ້ງສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດຈີນ-ລາວ, ຍົກລະດັບຄວາມສາມາດພື້ນຖານຂອງລາວໃນຍຸກປັນຍາປະດິດຢ່າງເປັນລະບົບ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຂະແໜງການຕ່າງໆຂອງລາວ.

ພາຍໃຕ້ການຊຸກຍູ້ຂອງສອງຝ່າຍຈີນ-ລາວ, ສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດຈີນ-ລາວ ໄດ້ສໍາເລັດຂັ້ນຕອນຕ່າງໆນັບແຕ່ການພົບປະເຈລະຈາຕະຫຼອດຮອດການລົງນາມໃນສັນຍາພາຍໃນເວລາອັນສັ້ນ, ເຊິ່ງສະແດງໃຫ້ເຫັນຢ່າງເຕັມທີ່ເຖິງຄວາມເປັນເອກະພາບກັນຢ່າງເດັດດ່ຽວ ແລະ ການຈັດຕັ້ງປະຕິບັດທີ່ມີປະສິດທິພາບສູງຂອງສອງປະເທດໃນການລົງເລິກການປະສານງານໃນຂົງເຂດປັນຍາປະດິດ. ລັດຖະບານ ແລະ ພາກສ່ວນຕ່າງໆໃນສັງຄົມລາວລ້ວນແຕ່ໄດ້ຕີລາຄາສູງຕໍ່ໂຄງການດັ່ງກ່າວ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຈີນທີ່ໃຫ້ການຊ່ວຍເຫຼືອໃນການຫັນຍຸດທະສາດພັດທະນາປັນຍາປະດິດຂອງລາວໃຫ້ກາຍເປັນຮູບປະທໍາ, ກໍຄືການຫັນແຜນແມ່ບົດອຸດສາຫະກໍາປັນຍາປະດິດຂອງລາວໃຫ້ປະກົດເປັນຈິງ.