ໄທຈະຮ່ວມກັບລາວ ແລະ ກຳປູເຈຍກຳຈັດບັນຫາການຫຼອກລວງທາງໂທລະຄົມ

CGTN, February 25, 2025
Size:

ວັນທີ 22 ກຸມພານີ້, ທ່ານ ພູມທຳ ເວດຊະຍາໄຊ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທ ໄດ້ປະກາດຜ່ານທາງສື່ສັງຄົມອອນລາຍວ່າ: ໄທຈະຮ່ວມມືກັບລາວ ແລະ ກຳປູເຈຍ ກຳຈັດສະຖານທີ່ລົບລີ້ຂອງກຸ່ມຫຼອກລວງທາງໂທລະຄົມ.

ໂດຍ ທ່ານ ພູມທຳ ຢືນຢັນວ່າ: ຕົນໄດ້ປຶກສາຫາລືກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ ກ່ຽວກັບແຜນການຮ່ວມມືຕ່າງໆ ເຊັ່ນ: ການປາບປາມການຄ້າຢາເສບຕິດ, ການຄ້າມະນຸດ, ການກໍ່ອາຊະຍາກຳທາງອິນເຕີເນັດ ແລະອື່ນໆ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື. ຕາມການລາຍງານຂ່າວຂອງໜັງສືພິມບາງກອກໂພສປະເທດໄທແຈ້ງໃຫ້ຮູ້ວ່າ, ທ່ານ ພູມທຳ ຍັງໄດ້ອອກຄຳສັ່ງຮຽກຮ້ອງໃຫ້ ທ່ານ ທັດໄຊ ປິຕະນີລາບຸດ ຜູ້ຊ່ວຍຜູ້ບັນຊາການຕຳຫຼວດແຫ່ງຊາດໄທ ຈັດກອງປະຊຸມກັບກົມໃຫຍ່ຕຳຫຼວດແຫ່ງຊາດກຳປູເຈຍ ວາງແຜນການເພື່ອປ້ອງກັນບໍ່ໃຫ້ກຸ່ມຫຼອກລວງທາງໂທລະຄົມຍົກຍ້າຍບ່ອນຢູ່ອາໄສ.

ນອກນີ້, ໄທກຳລັງຮ່ວມມືກັບຈີນ ແລະ ມຽນມາເພື່ອປາບປາມກຸ່ມຫຼອກລວງທາງໂທລະຄົມຢ່າງຕໍ່ເນື່ອງ.