ຈີນ​ເຜີຍ​ແຜ່​ 20 ມາດ​ຕະ​ການເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງໃນການດຶງດູດທຶນ​ຕ່າງ​ປະ​ເທດໃນຂົງເຂດຕ່າງໆ

CGTN, February 23, 2025
Size:

ວັນທີ 19 ກຸມພານີ້, ຈີນໄດ້ເຜີຍແຜ່ “ແຜນດຳເນີນງານວ່າດ້ວຍການຮັກສາຄວາມໝັ້ນທ່ຽງໃນການດຶງດູດທຶນຕ່າງປະເທດປີ 2025” ໂດຍມີເນື້ອໃນລວມທັງ 20 ມາດຕະການທີ່ເປັນຮູບປະທຳໃນສີ່ດ້ານ ຄື: ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເປັນເຈົ້າການ ແລະ ເປັນລະບຽບ, ຍົກລະດັບການຊຸກຍູ້ການລົງທຶນ, ເພີ່ມປະສິດທິພາບຂອງເວທີເປີດປະຕູສູ່ພາຍນອກ, ເພີ່ມທະວີການຄ້ຳປະກັນດ້ານການບໍລິການ ແລະອື່ນໆ.

ໃນດ້ານການຍົກລະດັບການຊຸກຍູ້ການລົງທຶນ ມີ 8 ມາດຕະການທີ່ລະອຽດ ຄື: ບຳລຸງສ້າງຍີ່ຫໍ້ “ປະເທດຈີນທີ່ສົ່ງເສີມການລົງທຶນ” ຢ່າງຕໍ່ເນື່ອງ; ເພີ່ມທະວີການສະໜັບສະໜູນຕໍ່ວິສາຫະກິດທຶນຕ່າງປະເທດທີ່ລົງທຶນອີກຄັ້ງໃໝ່ພາຍໃນດິນແດນຈີນ; ເປີດກວ້າງຂອບເຂດອຸດສາຫະກຳທີ່ສົ່ງເສີມການລົງທຶນຂອງຕ່າງປະເທດ, ຊຸກຍູ້ໃຫ້ທຶນຕ່າງປະເທດໄຫຼເຂົ້າສູ່ຂະແໜງການບໍລິການທີ່ທັນສະໄໝ, ສະໜັບສະໜູນໃຫ້ທຶນຕ່າງປະເທດໄຫຼເຂົ້າສູ່ພາກກາງ, ພາກຕາເວັນຕົກ ແລະ ພາກຕາເວັນອອກສຽງເໜືອຂອງຈີນຫຼາຍກວ່າເກົ່າ; ອະນຸຍາດໃຫ້ບໍລິສັດລັກສະນະລົງທຶນຂອງຕ່າງປະເທດນຳໃຊ້ເງິນກູ້ພາຍໃນປະເທດຈີນດຳເນີນການລົງທຶນໃນສິດຖືຫຸ້ນ; ສົ່ງເສີມໃຫ້ບໍລິສັດຂ້າມຊາດລົງທຶນສ້າງບໍລິສັດລັກສະນະລົງທຶນ; ອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນຕ່າງປະເທດດຳເນີນການຊື້ກິດຈະການ-ການລົງທຶນ ແລະອື່ນໆ.