ຈີນ​ພວມ​ຮ່ວມ​ມື​ກັບ​ໄທ, ມຽນ​ມາ ແລະ ປະ​ເທດ​ອື່ນໆ​ເພື່ອຮ່ວມ​ກັນ​ປາບ​ປາມ​ການຫຼອກ​ລວງທາງ​ໂທ​ລະ​ຄົມ ແລະ ການ​ພະ​ນັນ​ທາງ​ອິນ​ເຕີ​ເນັດ

CGTN, February 23, 2025
Size:

ວັນທີ 20 ກຸມພານີ້, ທ່ານໂກ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວໄດ້ຍົກຄຳຖາມກ່ຽວກັບຈີນ, ໄທ, ມຽນມາ ແລະ ປະເທດອື່ນໆຮ່ວມມືກັນເພື່ອປາບປາມການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດ.

ທ່ານໂກ່ວເຈ່ຍຄຸ່ນກ່າວວ່າ: ການປາບປາມການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດຢ່າງເດັດດ່ຽວໄດ້ສ່ອງແສງໃຫ້ເຫັນເຖິງການຈັດຕັ້ງປະຕິບັດຕາມແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ ແລະ ກໍເປັນທາງເລືອກທີ່ຈຳເປັນເພື່ອປົກປ້ອງຜົນປະໂຫຍດຮ່ວມຂອງປະເທດໃນພາກພື້ນ ເຊິ່ງສອດຄ່ອງກັບຄວາມປາດຖະໜາຮ່ວມຂອງປະຊາຊົນບັນດາປະເທດ.

ຈີນພວມດຳເນີນການຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍກັບໄທ, ມຽນມາ ແລະ ປະເທດອື່ນໆຢ່າງຕັ້ງໜ້າ, ໃຊ້ມາດຕະການແບບສັງລວມ, ແກ້ໄຂບັນຫາທັງຕົ້ນເຫດ ແລະ ປາຍເຫດ, ຮ່ວມກັນສະກັດກັ້ນພວກຄົນຮ້າຍທີ່ກໍ່ອາຊະຍະກຳຢູ່ປະເທດທີ່ກ່ຽວຂ້ອງ, ຮ່ວມກັນປາບປາມການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດ, ປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ພ້ອມດ້ວຍຄວາມເປັນລະບຽບແຫ່ງການໄປມາຫາສູ່ກັນຂອງປະເທດໃນພາກພື້ນ.