ມາດ​ຕະ​ການ​ໂຈມ​ຕີ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ຂອງ​ໄທ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ

CGTN, February 20, 2025
Size:

ວັນທີ 19 ກຸມພານີ້, ທ່ານນາງແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທກ່າວວ່າ: ມາດຕະການໂຈມຕີການຫຼອກລວງທາງໂທລະຄົມຂອງໄທໄດ້ປະສົບຜົນສຳເລັດຢ່າງຈະແຈ້ງ, ໄທຈະສືບຕໍ່ປາບປາມອາຊະຍາກຳຂ້າມຊາດຢ່າງເຂັ້ມງວດ.

ໃນເວລາກ່າວປາຖະກະຖາໃນກິດຈະກຳທີ່ຈັດຂຶ້ນໃນຕອນເຊົ້າມື້ດຽວກັນ, ທ່ານນາງແພທອງທານ ຊິນນະວັດກ່າວວ່າ: ຫວ່າງມໍ່ໆມານີ້, ລັດຖະບານໄທໄດ້ຕັດສາຍສົ່ງໄຟຟ້າ ແລະ ຍຸດຕິການບໍລິການດ້ານອິນເຕີເນັດໃຫ້ແກ່ເຂດທີ່ຖືກສົ່ງໄສເປັນຈຸດຫຼອກລວງທາງໂທລະຄົມທີ່ຢູ່ເຂດຊາຍແດນໄທ-ມຽນມາ  ທັງຍຸດຕິການສະໜອງນ້ຳມັນເຊື້ອໄຟອີກ. ການນຳໃຊ້ພະລັງງານໄຟຟ້າຂອງເຂດແຄວ້ນທີ່ກ່ຽວຂ້ອງຂອງມຽນມາໄດ້ຫຼຸດລົງປະມານ 40%, ມີບຸກຄົນທີ່ກ່ຽວຂ້ອງກັບການຫຼອກລວງທາງໂທລະຄົມຫຼາຍກວ່າ 300 ຄົນຖືກສົ່ງໄປໄທ ແລະ ຍັງມີອີກປະມານ 7.000 ຄົນກຽມຈະຖືກສົ່ງໄປໄທ, ການປະຕິບັດງານທີ່ກ່ຽວຂ້ອງໄດ້ຮັບຜົນງານຢ່າງຈະແຈ້ງ.

ທ່ານນາງແພທອງທານ ຊິນນະວັດກ່າວຕື່ມວ່າ: ລັດຖະບານໄທຍັງໄດ້ຜ່ານມະຕິດັດແກ້ກົດໝາຍຢ່າງສຸກເສີນສະບັບໜຶ່ງ ເພື່ອເພີ່ມທະວີການປາບປາມອາຊະຍາກຳ ແລະ ການຫຼອກລວງທາງອິນເຕີເນັດ ໂດຍຮຽກຮ້ອງໃຫ້ສະຖາບັນການເງິນ, ບໍລິສັດໂທລະຄົມ ແລະ ສື່ສັງຄົມອອນລາຍຕ້ອງຮັບຜິດຊອບສ່ວນໜຶ່ງໃນກໍລະນີທີ່ຜູ້ຖືກເຄາະຮ້າຍໃນຄະດີຫຼອກລວງທາງໂທລະຄົມແລະອິນເຕີເນັດ, ຄາດວ່າມະຕິດັ່ງກ່າວຈະມີຜົນບັງຄັບໃຊ້ໃນໄວໆນີ້.