ຕົວເລກຂໍ້ມູນຫຼ້າສຸດຂອງກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນສະແດງໃຫ້ເຫັນວ່າ ໃນເດືອນມັງກອນປີ 2025, ທະນາຄານໄດ້ຊື້ເຂົ້າເງິນຕາຕ່າງປະເທດ 181,5 ຕື້ໂດລາ, ຂາຍອອກເງິນຕາຕ່າງປະເທດທີ່ມີມູນຄ່າ 226,8 ຕື້ໂດລາ. ໃນເດືອນດຽວກັນ, ລາຍຮັບຂອງຫົວໜ່ວຍທີ່ບໍ່ແມ່ນທະນາຄານຈາກຫົວໜ່ວຍຕ່າງປະເທດ ໂດຍຜ່ານບັນຊີທະນາຄານຂອງຈີນມີເຖິງ 608,4 ຕື້ໂດລາ, ລາຍຈ່າຍຕໍ່ຫົວໜ່ວຍຕ່າງປະເທດ ມີເຖິງ 635 ຕື້ໂດລາ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນກ່າວວ່າ: ແຕ່ຕົ້ນປີນີ້ມາ, ຕະຫຼາດເງິນຕາຕ່າງປະເທດຂອງຈີນໄດ້ຮັກສາຄວາມໝັ້ນທ່ຽງ ແລະ ຄວາມເປັນລະບຽບດີ, ໃນອະນາຄົດຈະມີພື້ນຖານ ແລະ ມີເງື່ອນໄຂທີ່ຈະສືບຕໍ່ເຄື່ອນໄຫວຢ່າງໝັ້ນທ່ຽງ. ຈີນໄດ້ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງຕໍ່ເນື່ອງ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ ແລະ ການປະດິດສ້າງໃໝ່ດ້ານອຸດສາຫະກຳໄດ້ພັດທະນາແບບເຊື່ອມໂຍງເຂົ້າກັນ, ພາຍໃຕ້ການຊຸກຍູ້ສົ່ງເສີມຈາກນະໂຍບາຍມະຫາພາກທີ່ຕັ້ງໜ້າກວ່າເກົ່າ, ທ່ວງທ່າທີ່ເສດຖະກິດຟື້ນຕົວດີຂຶ້ນນັ້ນຈະໄດ້ຮັບການປັບປຸງຕື່ມອີກ ເຊິ່ງຈະກາຍເປັນສິ່ງຄ້ຳປະກັນທີ່ເຂັ້ມແຂງຕໍ່ຕະຫຼາດເງິນຕາຕ່າງປະເທດ. ນອກນີ້, ຕະຫຼາດເງິນຕາຕ່າງປະເທດຂອງຈີນມີເຄື່ອງມືປັບປຸງການເໜັງຕີງທີ່ກົງກັນຂ້າມກັບຮອບວຽນການເຄື່ອນໄຫວຂອງເສດຖະກິດຢ່າງອຸດົມສົມບູນ, ມີຄວາມສາມາດທີ່ປ້ອງກັນຄວາມໝັ້ນທ່ຽງໂດຍພື້ນຖານຂອງອັດຕາແລກປ່ຽນເງິນຢວນໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນ ແລະ ດຸນດ່ຽງ, ຮັກສາການເຄື່ອນໄຫວຢ່າງໝັ້ນທ່ຽງຂອງຕະຫຼາດເງິນຕາຕ່າງປະເທດ.