ສະພາແຫ່ງຊາດຫວຽດນາມອະນຸມັດການລົງທຶນກໍ່ສ້າງທາງລົດໄຟລາວກາຍ-ຮ່າໂນ້ຍ-ໄຮຟອງ

CGTN, February 19, 2025
Size:

ວັນທີ 19 ກຸມພານີ້, ສະພາແຫ່ງຊາດຫວຽດນາມໄດ້ລົງຄະແນນສຽງ ແລະ ຮັບຮອງເອົາແຜນໂຄງການທາງລົດໄຟລາວກາຍ-ຮ່າໂນ້ຍ-ໄຮຟອງທີ່ເຊື່ອມຕໍ່ຈີນກັບຫວຽດນາມ ທີ່ຍື່ນໂດຍກະຊວງຄົມມະນາຄົມ-ຂົນສົ່ງຫວຽດນາມ. ໂຄງການດັ່ງກ່າວໄດ້ຮັບສຽງເຫັນດີ 455 ສຽງໃນຜູ້ເຂົ້າຮ່ວມກອງປະຊຸມຈຳນວນ 459 ທ່ານ.