ອີງຕາມຂ່າວຈາກລັດຖະບານມຽນມາແຈ້ງໃຫ້ຮູ້ວ່າ: ວັນທີ 17 ກຸມພານີ້, ຢູ່ເຂດເມັຍວາດີຂອງມຽນມາທີ່ເປັນສະຖານທີ່ດຳເນີນການຫຼອກລວງທາງໂທລະຄົມ, ເຈົ້າໜ້າທີ່ມຽນມາໄດ້ຈັບກຸມຊາວສັນຊາດຕ່າງປະເທດທີ່ລັກລອບເຂົ້າມຽນມາຢ່າງຜິດກົດໝາຍຈຳນວນ 273 ຄົນ. ເຈົ້າໜ້າທີ່ມຽນມາໄດ້ດຳເນີນການຢືນຢັນອັດຕະລັກ, ຄວບຄຸມ ແລະ ກັກຂັງຕໍ່ກຸ່ມຄົນທີ່ກ່ຽວຂ້ອງ ແລະ ຍັງຈະດໍາເນີນການສືບສວນ-ສອບສວນຕື່ມອີກ.
ໃນລະຫວ່າງວັນທີ 30 ມັງກອນຫາວັນທີ 17 ກຸມພາ 2015, ເຈົ້າໜ້າທີ່ມຽນມາໄດ້ຄວບຄຸມ ແລະ ຈັບກຸມຊາວສັນຊາດຕ່າງປະເທດທີ່ລັກລອບເຂົ້າມຽນມາຢ່າງຜິດກົດໝາຍ 1.303 ຄົນ, ໃນນັ້ນ, ສ່ວນໃຫຍ່ມີສ່ວນຮ່ວມໃນການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດ.
ປັດຈຸບັນ, ເຈົ້າໜ້າທີ່ຂັ້ນສູງ ແລະ ຜູ້ຕາງໜ້າຂອງຈີນ, ໄທ ແລະ ມຽນມາ ກຳລັງດຳເນີນການເຄື່ອນໄຫວຢູ່ເຂດເມັຍວາດີຂອງມຽນມາ ເພື່ອປາບປາມອາຊະຍະກຳການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດ, ຮ່ວມກັນເປິກສາຫາລືກ່ຽວກັບການສົ່ງຊາວສັນຊາດຕ່າງປະເທດດັ່ງກ່າວກັບຄືນປະເທດຕົນຕາມກົດໝາຍໂດຍໄວ.