ຄຽງຄູ່ກັບຮູບເງົາຈີນຫຼາຍເລື່ອງ ເຊັ່ນ: “ນາຈາ 2” “ຫ້ອງສິນ 2” “ນັກສືບໄຊນາທາວ 1900” ແລະອື່ນໆເລີ່ມອອກອາກາດຢ່າງຟົດຟື້ນຢູ່ຕະຫຼາດສາກົນ, ວັນທີ 17 ກຸມພານີ້, ພິທີເປີດກິດຈະກຳ “ທ່ອງທ່ຽວຈີນຕາມຮູບເງົາ” ທີ່ມີ ກົມຮູບເງົາແຫ່ງຊາດຈີນ ແລະ ວິທະຍຸໂທລະພາບສູນກາງຈີນເປັນເຈົ້າພາບ, ໂທລະພາບສາກົນຈີນ, ຊ່ອງຮູບເງົາໂທລະພາບເປັນຜູ້ຈັດງານນັ້ນໄດ້ຈັດຂຶ້ນຢູ່ຫໍພິພິທະພັນຮູບເງົາຈີນທີ່ນະຄອນຫຼວງປັກກິ່ງ.
ກິດຈະກຳ “ທ່ອງທ່ຽວຈີນຕາມຮູບເງົາ”ແມ່ນມີຈຸດປະສົງເພື່ອກຳແໜ້ນໂອກາດທີ່ຮູບເງົາຕ່າງໆອອກອາກາດຢ່າງຟົດຟື້ນໃນໂລກໃນໄລຍະບຸນກຸດຈີນ, ນຳໃຊ້ເງື່ອນໄຂເອື້ອອຳນວຍທີ່ຈີນປະຕິບັດນະໂຍບາຍຍົກເວັ້ນວີຊາໃຫ້ແກ່ຜູ້ຜ່ານແດນໄປປະເທດທີ 3 ຢ່າງຮອບດ້ານໃນປັດຈຸບັນ, ດຶງດູດນັກທ່ອງທ່ຽວຕ່າງປະເທດ ມາສຳຜັດກັບປະເທດຈີນທີ່ໜ້າເຊື່ອຖື, ໜ້າຮັກ ແລະ ໜ້າເຄົາລົບນັບຖືໃຫ້ໄດ້ຫຼາຍກວ່າເກົ່າ. ກິດຈະກຳດັ່ງກ່າວຕົ້ນຕໍແມ່ນປິ່ນອ້ອມການອອກອາກາດຮູບເງົາຈີນຢູ່ຕ່າງປະເທດ, ງານມະຫະກຳຮູບເງົາຈີນຢູ່ຕ່າງປະເທດ, ງານມະຫະກຳຮູບເງົາສາກົນຢູ່ພາຍໃນ ແລະ ຕ່າງປະເທດ, ດຳເນີນການໂຄສະນາ “ຮູບເງົາ + ການທ່ອງທ່ຽວ” ຢ່າງກວ້າງຂວາງ ເພື່ອດຶງດູດຜູ້ຊົມຮູບເງົາຊາວຕ່າງປະເທດໄດ້ຫຼາຍກວ່າເກົ່າໃຫ້ມາສຳຜັດກັບມົນສະເໜ່ຂອງຈີນໂດຍຜ່ານເລື່ອງລາວຕ່າງໆຂອງຈີນ, ກະຕຸກຊຸກຍູ້ຄວາມຫ້າວຫັນຂອງເຂົາເຈົ້າທີ່ມາທ່ອງທ່ຽວ ແລະ ບໍລິໂພກຢູ່ຈີນ; ສົ່ງເສີມໃຫ້ວິສາຫະກິດຮູບເງົາ ແລະ ວິສາຫະກິດທ່ອງທ່ຽວຮ່ວມມືຢ່າງມີຫົວຄິດປະດິດສ້າງ, ລົງເລິກຂຸດຄົ້ນຄຸນຄ່າດ້ານວັດທະນະທຳ ແລະ ທ່ອງທ່ຽວຂອງຮູບເງົາຈີນ.