ວັນທີ 14 ກຸມພານີ້, ທ່ານນາງມ໋າເຈ່ຍ ເອກອັກຄະລັດຖະທູດຈີນປະຈຳມຽນມາ ໄດ້ພົບປະກັບທ່ານ ທັນສະເວ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດມຽນມາ ແລະ ທ່ານ ຕັນ ຕັນ ນັງ ລັດຖະມົນຕີກະຊວງວຽກງານພາຍໃນມຽນມາ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍຮ່ວມ ແລະ ຄວາມໝັ້ນຄົງ, ຮ່ວມກັນປາບປາມການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ, ການຄ້າມະນຸດ ແລະ ບັນຫາອາຊະຍະກຳຂ້າມຊາດອື່ນໆ.
ຈີນໄດ້ຕີລາຄາເປັນຢ່າງສູງຕໍ່ຄວາມຕັດສິນໃຈ ແລະ ຄວາມພະຍາຍາມຂອງມຽນມາໃນດ້ານການຮັບປະກັນຄວາມປອດໄພຂອງພົນລະເມືອງຈີນ ແລະ ກ່າວວ່າ: ການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມໄດ້ທຳລາຍຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຮ້າຍແຮງ, ຈີນຍິນດີດຳເນີນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດໃກ້ຄຽງ ເຊັ່ນ ມຽນມາ, ໄທ ເປັນຕົ້ນ, ຮ່ວມກັນປາບປາມການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມ, ປົກປັກຮັກສາຄວາມເປັນລະບຽບດ້ານການໄປມາຫາສູ່ກັນ ແລະ ການຮ່ວມມືໃນພາກພື້ນໃຫ້ເປັນປົກກະຕິ.
ຝ່າຍມຽນມາໄດ້ແນະນຳມາດຕະການທີ່ລະອຽດຂອງລັດຖະບານມຽນມາໃນໄລຍະຜ່ານມາໃນການປາບປາມການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມ ແລະ ກ່າວວ່າ: ມຽນມາໃຫ້ຄວາມສຳຄັນໃນລະດັບສູງ ແລະ ປາບປາມຢ່າງເຂັ້ມງວດຕໍ່ອາຊະຍະກຳຕ່າງໆ ເຊັ່ນ: ການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມ ເປັນຕົ້ນ, ຈະເພີ່ມທະວີການປະສານງານກັບປະເທດອ້ອມຂ້າງທີ່ກ່ຽວຂ້ອງລວມທັງຈີນ, ຊຸກຍູ້ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງຄົ້ນຄວ້າ ແລະ ເປິກສາຫາລືການສ້າງຕັ້ງກົນໄກຮ່ວມມືທີ່ເປັນປົກກະຕິ ເພື່ອຮ່ວມກັນປາບປາມການພະນັນທາງອິນເຕີເນັດ, ການຫຼອກລວງທາງໂທລະຄົມ ແລະ ອາຊະຍະກຳຂ້າມຊາດອື່ນໆ.