ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ​ໄດ້​ຈັບ​ຕົວ​ຜູ້​ຕ້ອງ​ຫາ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄະ​ດີ​ນັກ​ສະ​ແດງ​ຈີນ​ຖືກ​ຫຼອກ​ລວງ 10 ຄົນ

CGTN, February 17, 2025
Size:

ເຈົ້າໜ້າທີ່ຕຳຫຼວດໄທກ່າວໃນວັນທີ 14 ກຸມພານີ້ວ່າ: ໄທໄດ້ຈັບຕົວຜູ້ຕ້ອງຫາສັນຊາດຈີນທີ່ມີສ່ວນກ່ຽວຂ້ອງກັບຄະດີ ທ້າວ ຫວາງຊີ່ງ ນັກສະແດງຈີນຖືກຫຼອກລວງ 10 ຄົນພ້ອມທັງໄດ້ມອບໃຫ້ພາກສ່ວນຄຸ້ມຄອງຄົນເຂົ້າອອກເມືອງທ້ອງຖິ່ນ,ແລ້ວຈະສົ່ງເຂົາເຈົ້າກັບຄືນປະເທດຈີນ.

ເຈົ້າໜ້າທີ່ຕຳຫຼວດໄທໄດ້ອອກຖະແຫຼງການສະບັບໜຶ່ງໂດຍລະບຸວ່າ: ຜ່ານການສືບສວນ-ສອບສວນແລ້ວເຫັນວ່າ: ຜູ້ຕ້ອງຫາ 10 ຄົນທີ່ຖືກຈັບຕົວນັ້ນແມ່ນກຸ່ມກໍ່ອາຊະຍາກຳກຸ່ມໜຶ່ງທີ່ເຄື່ອນໄຫວແລະດຳເນີນການຫຼອກລວງຜ່ານທາງໂທລະຄົມຕໍ່ພົນລະເມືອງຈີນຢູ່ເຂດເມຍວາດີຂອງມຽນມາໃນໄລຍະຍາວນານມານີ້,ຖືກສົງໄສປອມຕົວເປັນພະນັກງານຂອງບໍລິສັດບັນເທີງແຫ່ງໜຶ່ງຂອງໄທແລ້ວດຳເນີນການຫຼອກລວງຕໍ່ທ້າວ ຫວາງຊີ່ງ ນັກສະແດງຈີນ. ຫຼັງຈາກກໍ່ຄະດີທ້າວ ຫວາງຊີ່ງ ແລ້ວ, ກຸ່ມຕ້ອງໂທດດັ່ງກ່າວມີແຜນຈະຜ່ານເມືອງໄທໜີໄປສູ່ກຳປູເຈຍ,ແຕ່ໄດ້ຖືກຈັບຕົວຢູ່ຫຼາຍແຫ່ງຂອງໄທຢ່າງເປັນລຳດັບ ແລ້ວຖືກຮ້ອງຟ້ອງຕໍ່ສານໃນຂໍ້ຫາເຂົ້າແດນໄທຢ່າງຜິດກົດໝາຍ.