ມຽນມາຈັບຕົວຜູ້ຕ້ອງຫາຍ້ອນການຫຼິ້ນພະນັນແລະການຫຼອກລວງ 29 ຄົນ

CGTN, February 16, 2025
Size:

ຕອນກາງຄືນວັນທີ 14 ກຸມພານີ້, ໜ່ວຍຂ່າວສານຂອງສະພາບໍລິຫານແຫ່ງຊາດມຽນມາໄດ້ເປີດເຜີຍໃຫ້ຮູ້ວ່າ: ລັດຖະບານມຽນມາໄດ້ຈັບຕົວຜູ້ຕ້ອງຫາຍ້ອນການຫຼິ້ນພະນັນທາງອອນລາຍຢ່າງຜິດກົດໝາຍແລະການຫຼອກລວງດ້ານການເງິນ 29 ຄົນຢູ່ເມືອງຕາຊີເລັກ ລັດຊານທາງພາກເວັນອອກມຽນມາໃນວັນທີ 12 ແລະວັນທີ 13 ກຸມພານີ້.

ຕາມຂ່າວແຈ້ງວ່າ: ຜູ້ຕ້ອງຫາທີ່ຖືກຈັບຕົວລວມທັງຄົນໄທ 7 ຄົນແລະຄົນມຽນມາ 22 ຄົນ. ເຈົ້າໜ້າທີ່ຍັງໄດ້ຍຶດຄອມພິວເຕີ, ໂທລະສັບມືຖື, ລົດແລະເຄື່ອງມືອື່ນໆຈຳນວນຫຼວງຫຼາຍ.