ຫວ່າງມໍ່ໆມານີ້, ປື້ມ “ເສັ້ນທາງປະສານໃຈ-ໂຮມບົດປະພັນ ຮູບພາບ ແລະຮູບແຕ້ມຕາມເສັ້ນທາງລົດໄຟລາວ-ຈີນ” ສະບັບພາສາຈີນທີ່ຮຽບຮຽງ ແລະ ແປໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຖືກຮັບເອົາເຂົ້າບັນຊີລາຍຊື່ປື້ມທີ່ມີອິດທິພົນຂອງຈີນປະຈຳປີ 2024. ບັນຊີລາຍຊື່ດັ່ງກ່າວໄດ້ສຸມໃສ່ແນວຄວາມຄິດ, ຄວາມສິລະປະ ແລະຄວາມໜ້າອ່ານຂອງປື້ມ, ໄດ້ຮັບຄວາມເອົາໃຈໃສ່ ແລະຍອມຮັບຢ່າງກວ້າງຂວາງຈາກວົງການພິມຈຳໜ່າຍ ແລະຜູ້ອ່ານຂອງຈີນ, ກາຍເປັນກຽດຕິຍົດສູງສຸດໃນວົງການພິມຈຳໜ່າຍຂອງຈີນ.
ລະຫວ່າງປີ 2022-2024, CMG ໄດ້ຮ່ວມກັບສະມາຄົມນັກປະພັນລາວຈັດຕັ້ງນັກປະພັນ, ນັກແຕ້ມ ແລະນັກຖ່າຍຮູບເປັນຕົ້ນຂອງລາວເປັນຫຼາຍຄັ້ງ ເພື່ອເກັບກຳຂໍ້ມູນຕາມເສັ້ນທາງລົດໄຟລາວ-ຈີນ, ທັງໄດ້ໂຮມຜົນງານຕ່າງໆເປັນປື້ມ ແລະ ພິມຈຳໜ່າຍຢູ່ລາວຢ່າງເປັນທາງການ. ເດືອນກໍລະກົດ 2024, CMG ໄດ້ຮ່ວມມືກັບສຳນັກພິມ ແລະ ຈຳໜ່າຍການສຶກສາແຂວງຢູນນານ, ພິມຈຳໜ່າຍປື້ມເຫຼັ້ມຊື່ດຽວກັນນີ້ສະບັບພາສາຈີນຢູ່ປະເທດຈີນ.