ວັນທີ 12 ກຸມພານີ້, ມຽນມາໄດ້ສົ່ງຜູ້ຖືກກອບກູ້ຈາກສູນຫຼອກລວງຜ່ານທາງໂທລະຄົມ 261 ຄົນຄືນໃຫ້ແກ່ໄທ, ທະຫານໄທໄດ້ປົກປ້ອງນຳສົ່ງຜູ້ກອບກູ້ທັງໝົດເຂົ້າສູ່ໄທ. ອີກບໍ່ດົນ, ມຽນມາຍັງຈະສົ່ງປະມານ 7000 ຄົນທີ່ຢູ່ໃນສູນຫຼອກລວງຜ່ານທາງໂທລະຄົມຄືນໃຫ້ແກ່ໄທ.
ນັບແຕ່ເວລາ 9 ໂມງຂອງວັນທີ 5 ກຸມພານີ້ຕາມເວລາທ້ອງຖິ່ນເປັນຕົ້ນມາ, ໄທໄດ້ຕັດຂາດໄຟຟ້າ, ນ້ຳມັນເຊື້ອໄຟ ແລະອິນເຕີເນັດຕໍ່ 5 ເຂດຕາມຊາຍແດນລະຫວ່າງໄທ-ມຽນມາ,ເພື່ອປາບປາມການຫຼອກລວງຜ່ານທາງໂທລະຄົມຢູ່ເຂດທີ່ກ່ຽວຂ້ອງ.