ວັນທີ 12 ກຸມພານີ້, ທ່ານກົ່ວເຈ່ຍຄູ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕົວເລກສະແດງໃຫ້ເຫັນວ່າ, ໃນຍາມບຸນກຸດຈີນປີນີ້, ຈີນໄດ້ຮັບຕ້ອນນັກທ່ອງທ່ຽວທີ່ມາຈາກ 175 ປະເທດ ແລະ ເຂດແຄວ້ນຫຼາຍກວ່າ 3.430.000 ເທື່ອຄົນ, ເພີ່ມຂຶ້ນ 6,2% ເມື່ອທຽບກັບໄລຍະດຽວກັນປີ 2023. ທ່ານໂຄສົກມີຄວາມເຫັນແນວໃດຕໍ່ເລື່ອງນີ້?
ທ່ານກົ່ວເຈ່ຍຄູ່ນກ່າວວ່າ, ໃນຍາມບຸນກຸດຈີນປີນີ້, ມາທ່ຽວຈີນເພື່ອສຳຜັດກັບຮີດຄອງປະເພນີຈີນໄດ້ກາຍເປັນລົດນິຍົມໃໝ່,ຫຼາຍແຫ່ງແລະຫຼາຍພາກສ່ວນຂອງຈີນຍັງໄດ້ໃຊ້ມາດຕະການສົມທົບກັນ, ຍົກສູງປະສິດທິພາບຜ່ານດ່ານ, ປັບປຸງການບໍລິການໃນດ້ານການພັກອາໄສ ການກິນ ແລະ ການທ່ຽວ. ເຮັດໃຫ້ນັກທ່ອງທ່ຽວຄົນຕ່າງປະເທດຮູ້ສຶກຄືກັບບ້ານ.
ທ່ານກົ່ວເຈ່ຍຄູ່ນກ່າວຕື່ມວ່າ,ມາດຕະການສ້າງຄວາມສະດວກໃຫ້ການໄປມາຫາສູ່ກັນ 100 ກວ່າລາຍ, ຍົກເວັ້ນວິຊາແຕ່ຝ່າຍດຽວຕໍ່ 38 ປະເທດ,ຍົກເວັ້ນວິຊາຜ່ານດ່ານເປັນເວລາ 240 ຊົ່ວໂມງ... ນະໂຍບາຍເຫຼົ່ານີ້ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວຂອງຈີນທີ່ປະຕິບັດການເປີດປະຕູສູ່ພາຍນອກລະດັບສູງ.ໃນອະນາຄົດ, ຈີນຈະປັບປຸງນະໂນບາຍເຂົ້າເມືອງຢ່າງຕໍ່ເນື່ອງ, ເພີ່ມຈຳນວນປະເທດທີ່ຍົກເວັ້ນວິຊາຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ເພີ່ອນມິດສາກົນຫຼາຍກວ່າເກົ່າສຳຜັດກັບປະເທດຈີນທີ່ເປີດປະຕູ, ມີຄວາມໝັ້ນໃຈຕໍ່ຕົນເອງ, ສິວິໄລ ແລະ ປອດໄພ.